ໃນລະຫວ່າງວັນທີ່ 11 – 12 ພະຈິກ 2019 ທີ່ຜ່ານມານີ້ ພະແນກ ຂ່າວສານ ແລະ ອິນເຕີເນັດ, ຫ້ອງການ ກະຊວງ ຊັບພະຍາກອນທໍາມະ ຊາດ ແລະ ສິ່ງແວດລ້ອມ ໄດ້ຈັດຊຸດຝືກອົບຮົມ ການປັບປຸງເວັບໄຊ ທີ່ຫ້ອງປະຊຸມ ຂອງກະຊວງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍການເປັນ ປະທານ ຂອງ  ທ່ານ ສົມອຸລາ ຍະພິຈິດ  ຫົວໜ້າພະແນກ ຂ່າວສານ ແລະ ອິນເຕີເນັດ, ມີຫົວໜ້າຂະແໜງ, ຮອງຂະແໜງ ແລະ ວິຊາການຂອງ  2 ແຂວງຄື: ແຂວງ ຜົ້ງສາລີ ແລະ ແຂວງ ອຸດົມໄຊ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງ ແລະ ເປົ້າໝາຍໃນການຈັດຊຸດຝືກອົບຮົມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມຮູ້ເພີ່ມເຕີມກ່ຽວກັບບັນດາ ໜ້າວຽກງານ ການຄຸ້ມຄອງເວັບໄຊ ເຊິ່ງໄດ້ແນະນໍາການນໍາໃຊ້, ການສ້າງເວັບໄຊ ແລະ ການຄຸ້ມຄອງເວັບໄຊ ຂອງບັນດາພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ທີ່ໄດ້ຄຸ້ມຄອງ ແລະ ເຜີ່ຍແຜ່ຂໍ້ມູນ ຂ່າວສານໃຫ້ມີຄວາມທັນສະໄໝ ແລະ ປອດໄພ ໃນການຝືກອົບຮົມໃນຄັ້ງນີ້ ແມ່ນໄດ້ລົງເລີກການຕິດຕັ້ງເວັບໄຊ ໂດຍສ້າງການເວັບໄຊໜ້າ ແລະ ເວັບໄຊຫຼັງ ຂອງ ພະແນກ ເຂົ້າໃນການພັດທະນາ, ການຕິດຕາມ, ການກວດກາ ແລະ ການປ້ອງກັນເວັບໄຊໃຫ້ມີຄວາມປອດໄພຫຼາຍຂຶ້ນ ພ້ອມດຽວກັນນັ້ນ ພະແນກ ຂ່າວສານ ແລະ ອີນເຕີເນັດ ຍັງໄດ້ສອນວິທີ່ການສ້າງເວັບໄຊຂອງແຂວງ, ຂັ້ນຕອນການເຂົ້າເບິງຂໍ້ມູນ, ຂັ້ນຕອນການເຂົ້າເວັບໄຊ, ວິທີ ໂລດຂໍ້ມູນ, ວິທີສົ່ງບົດຄວາມ, ຂ່່າວ ແລະ ໂຄງຮ່າງການຈັດຕັ້ງເພື່ອເຮັດໃຫ້ຂ່າວສານການເຄື່ອນໄຫວຂອງບັນດາ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ມີການເຄື່ອນໄຫວເປັນປົກກະຕິ.

ມື້ທີ່1: ແມ່ນໄດ້ເຂົ້າພົບຫົວໜ້າພະແນກ ສູນຂໍ້ມູນ ແລະ ອິນເຕີເນັດ ແລະ ກະກຽມຂໍ້ມູນຕ່າງໆ.

ມື້ທີ່2: ແມ່ນຂັ້ນຕອນການສ້າງເວັບໄຊຂອງແຂວງ, ຂັ້ນຕອນການເຂົ້າເບິງຂໍ້ມູນ, ຂັ້ນຕອນການເຂົ້າເວັບໄຊ, ວິທີ ໂລດຂໍ້ມູນ, ວິທີສົ່ງບົດຄວາມ, ຂ່່າວ ແລະ ໂຄງຮ່າງການຈັດຕັ້ງ