ໃນຕອນບ່າຍຂອງວັນທີ 24 ມິຖຸນາ 2021 ທີ່ຜ່ານມານີ້, ນຳທີມໂດຍທ່ານ ສຸລິຍາ ແສງດາລາ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຜົ້ງສາລີ, ຫົວໜ້າໜ່ວຍງານ RMU ຂັ້ນແຂວງ ສົມທົບກັບ ບໍລິສັດເຂື່ອນໄຟຟ້ານ້ຳຕົກ, ນ້ຳອູ7 ໄດ້ຈັດໃຫ້ມີ ພິທີ ມອບ-ຮັບ ສັດລ້ຽງປະເພດ (ງົວ) ໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ, ນ້ຳອູ7 ຊຸດທີI ຢູ່ທີສະໂມສອນຂອງ ບ້ານ ຈະເລີນ ທີຂຶ້ນກັບກຸ່ມຫາດຫີນ ເມືອງ ແລະ ແຂວງຜົ້ງສາລີ. ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ປອ. ວັນໄຊ ແສນຍອດ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ-ເມືອງຜົ້ງສາລີ,​ ມີບັນດາຕາງໜ້າບໍລິສັດເຂື່ອນໄຟຟ້ານ້ຳຕົກນ້ຳອູ7, ມີຕາງໜ້າຈາກພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີບັນດາເລຂາພັກນາຍບ້ານ ພ້ອມດ້ວຍວິຊາການຂັ້ນແຂວງ,ເມືອງ ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.

  

  

  ໃນພິທີ ທ່ານ ສຸລິຍາ ແສງດາລາ ຮອງຫົວໜ້າພະແນກ ຊສ ແຂວງ, ຕາງໜ້າໜ່ວຍງານ RMU ຂັ້ນແຂວງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ເຊິ່ງໃນໄລຍະຜ່ານມາ ແມ່ນໄດ້ຈັດຕັ້ງປະຕິບັດຕາມສັນຍາ CA ແລະ ຕາມ3 ຂັ້ນຕອນ ຂອງກອບວຽກງານ ແລະ ທາງໂຄງການ ກໍ່ຄືບໍລິສັດໄດ້ຈັດຕັ້ງປະຕິບັດສຳເລັດແລ້ວ 2 ຂັ້ນຕອນຄື: 

1; ຂັ້ນຕອນ ການຊົດເຊີຍຜົນເສຍຫາຍ

2; ຂັ້ນຕອນ ການຍົກຍ້າຍຈັດສັນທີ່ຢູ່ອາໄສ

  ສຳລັບຂັ້ນຕອນທີ່3 ແມ່ນ ການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງເຂື່ອນດັ່ງກ່າວ ແມ່ນພວມດຳເນີນການຈັດຕັ້ງປະຕິບັດນັ້ນກໍ່ຄື: ການສົ່ງເສີມໃຫ້ປະຊາຊົນ ລ້ຽງສັດ ປະເພດ(ງົວ). ເຊິ່ງໃນ ຊຸດທີI ນີ້, ແມ່ນໄດ້ມອບ-ຮັບ ງົວ ຈຳນວນ: 117 ໂຕ, ໃຫ້ແກ່ 39 ຄອບຄົວ. ທີ່ນອນຢູ່ໃນ 212 ຄອບຄົວທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກນ້ຳອູ7. ສຳລັບ ຄອບຄົວທີ່ຍັງບໍ່ທັນໄດ້ຮັບສັດລ້ຽງນັ້ນ, ທາງໂຄງການ ຈະສືບຕໍ່ຈັດຕັ້ງປະຕິບັດມອບ-ຮັບ ສັດລ້ຽງໃຫ້ສຳເລັດໃນມໍ່ໆນີ້.

    

     

  ໃນຕອນທ້າຍພິທີ ທ່ານ ເຈົ້າເມືອງ-ເມືອງຜົ້ງສາລີ ຍັງໄດ້ເໜັ້ນໜັກໃຫ້ປະຊາຊົນຜູ້ທີ່ໄດ້ຮັບສັດລ້ຽງ ຈົ່ງພ້ອມກັນເອົາໃຈໃສ່ການລ້ຽງດູສັດ ແລະ ຮັກສາສັດລ້ຽງໃຫ້ດີ, ໃຫ້ມີການແຜ່ພັນອອກແມ່ແຜ່ລູກ ເພື່ອເອົາໄປຂາຍໃຫ້ເປັນສິນຄ້າ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເທື່ອລະກ້າວ.