ໃນຕອນເຊົ້າຂອງວັນທີ 10 ມັງກອນ 2022 ນີ້ ຄະນະທິມງານ ກົມກວດກາ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ລົງເຄື່ອນໄຫວ ເຮັດວຽກ ຢູ່ ພຊສ ແຂວງຜົ້ງສາລີ ພາຍໃຕ້ການເປັນປະທານ ຂອງ ທ່ານ ສົມແພງ ໄຊຍະແສງ ວ່າການແທນຫົວໜ້າກົມກວດກາ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ເດດ ຢັນຊະນະ ຮອງຫົວໜ້າພະແນກ ຊສ ແຂວງຜົ້ງສາລີ, ມີຫົວໜ້າພະແນກກົມກວດກາ, ຮອງພະແນກກົມກວດກາ, ມີບັນດາຮອງຫົວໜ້າພະ ແນກ ຊສ ແຂວງ, ຫົວໜ້າຂະແໜງ, ຮອງຂະແໜງ, ພ້ອມດ້ວຍວິຊາການຂະແໜງກວດກາ ເຂົ້າຮ່ວມທັງໝົດມີ 17 ທ່ານ ຍິງ 6 ທ່ານ.

ໃນຕອນເຊົ້າຂອງວັນທີ 7 ມັງກອນ 2022 ທີ່ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມ ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຜົ້ງສາລີ ໄດ້ ຈັດໃຫ້ມີກອງປະຊຸມ ກອງປະຊຸມສໍາພາດເລືອກເອົາພະນັກງານສັນຍາໂຄງການຂຶ້ນທະບຽນອອກໃບຕາດິນ ຜ່ານລະບົບອອນລາຍ ໂດຍພາຍໃຕ້ການ ເປັນ ປະທານ ຂອງ ທ່ານ ບຸນທະວິ ສີລະວົງ ຄະນະພັກຮາກຖານກົມທີ່ດິນ ຫົວໜ້າພະແນກຂໍ້ມູນຂ່າວສານທີ່ດິນ ແລະ ໃຫ້ກຽດເປັນປະທານຮ່ວມ ໂດຍທ່ານ ຄໍາເພັດ ແກ້ວ ສົມພັນ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ມີທ່ານ ສົມໝາຍ ສັດສະດີ ຫົວໜ້າຂະແໜງທີ່ດີນ, ທ່ານ ນາງ ສຸກສະໄຫມ ລິລາວົງ ຫົວໜ້າຂະແໜງຈັດຕັ້ງ, ມີບັນດາຮອງຂະແໜງ ແລະ ພະນັກ ງສັນຍາໂຄງການເຂົ້າຮ່ວມທັງໝົດ 42 ທ່ານ, ຍິງ 19 ທ່ານ.

 

ໃນຕອນບ່າຍຂອງວັນທີ 25 ສິງຫາ 2021 ນີ້ໄດ້ຈັດໃຫ້ມີມອບ-ຮັບອຸປະກອນຊ່ວຍເຫຼືອຂອງໂຄງການຄວບຄຸມຄວາມສ່ຽງໃນເຂດອາຊີຕາເວັນອອກສ່ຽງໃຕ້ ອົງປະກອບ 2 ໂດຍພາຍໃຕ້ການເປັນປະທານຂອງທ່ານ ທອງ ອາລີ ກໍາມະການພັກແຂວງ ເລຂາພັກ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຕາງໜ້າຈາກກົມອຸຕຸນິຍົມ  ແລະ ອຸທົກກະສາດ, ມີຄະນະພະແນກ, ຫົວໜ້າຂະແໜງ, ຮອງຂະແໜງ ແລະ ວິຊາການພາກສ່ວນ ກ່ຽວ ຂ້ອງຢ່າງພ້ອມພຽງ.

ໃນຕອນບ່າຍ ຂອງວັນທີ່ 24 ສິງຫາ 2021 ທີ່ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຜົ້ງສາລີ ໄດ້ ປະກາດຮອງຫົວໜ້າພະແນກ, ຫົວໜ້າຂະແໜງ ແລະ ຮອງຂະແໜງ ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ຂຶ້ນຢ່າງເປັນ ທາງການ ໂດຍພາຍໃຕ້ການເປັນປະທານ ຂອງ  ທ່ານ ບົວທອງ ອູແສງຄໍາ ຮອງເລຂາພັກແຂວງ, ຜູ້ຊີ້ນໍາຂົງເຂດພະນັກງານ, ມີທ່ານ ທອງ ອາລີ ກໍາມະ ການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ມີບັນດາທ່ານ ຕາງໜ້າຈາກຈັດຕັ້ງແຂວງ, ກວດກາແຂວງ, ຄະນະພັກ, ຫົວໜ້າຂະແໜງ, ຮອງຂະແໜງຕະຫຼອດຮອດພະນັກງານ-ວິຊາການພາຍໃນພະແນກເຂົ້າຮ່ວມຢ່າງພ້ອມພຽງ.

Subcategories