ໃນລະຫວ່າງວັນທີ່ 16-18 ຕຸລາ 2019 ທີ່ຜ່ານມານີ້້ ຢູ່ທີ່ຫ້ອງປະຊຸມພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດໃຫ້ມີການຝືກອົບຮົມການເປັນນັກວິທະຍາກອນ ແລະ ຄູຝືກທີ່ດີໃຫ້ແກ່ ພະນັກງານ ພາຍໃນ  ພະແນກ ແລະ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງຜົ້ງສາລີ ໂດຍພາຍການເປັນປະທານ ຂອງທ່ານ ທອງ ອາລີ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ມີຫົວໜ້າຫ້ອງການ, ຫົວໜ້າຂະແໜງ 8 ຂະແໜງ ແລະ ວິຊາການເຂົ້າຮ່ວມຢ່າງພ້ອມພຽງ.

          ພິທີການຝືກອົບຮົມໃນຄັ້ງນີ້ກໍ່ເພື່ອສ້າງຄວາມຄວາມເຂັ້ມແຂງໃຫ້ແກ່ພະນັກງານພາຍໃນ ເພື່ອເປັນນັກ ໂຄ ສະນາປະຊາສໍາພັນທີ່ດີ ໃນຂົງເຂດຄວາມຮັບຜິດຊອບຕົນ ການເປັນຄູຝືກ ແລະ ນັກວິທະຍາກອນທີ່ດີ ແມ່ນ ເປັນວຽກງານໜຶ່ງທີ່ສໍາຄັນ ແລະ ສໍາຄັນຫຼາຍໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ເພາະວ່າການເປັນນັກ ປະຊາສໍາພັນທີ່ດີຕ້ອງມີທັກສະການເວົ້າ, ການອ່ານ ທີ່ຖືກລັກສະນະຂອງຂໍ້ມູນທີ່ຊັດເຈນ ເຊິ່ງປະຈຸບັນການບັນຍາຍ, ການເວົ້າຕ່າງໆແມ່ນນໍາໃຊ້ດ້ວຍລະບົບໄອທີວິທະຍາສາດ ແລະ ລະບົບຄອມພີວເຕີ ຜ່ານສືສັງຄົມອອນລາຍ ເພື່ອເປັນການສຶສານ ແລະ ທັງເປັນກະບອກສຽງໃຫ້ແກ່ສັງຄົມຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ ໃນການຝືກອົບ ຮົມຄັ້ງນີ້ ກໍ່ໄດ້ຂຶ້ນນໍາສະເໜີບົດສອນຄື:

  1. ການກະກຽມແຜນການສອນ
  2. ການບໍລິຫານກອງປະຊຸມ
  3. ສ້າງຄວາມເຊື່ອໝັ້ນສໍາລັບນັກວິທະຍາກອນ
  4. ຫຼັກການເວົ້າ ແລະ ຜູ້ຟັງທີ່ດີ
  5. ບົດບາດຂອງນັກວີທະຍາກອນ

 ທັງນີ້ກໍ່ເພື່ອຖ່າຍທອດຄວາມຮູ້ທາງດ້ານເຕັກໂນໂລຊີເຂົ້າໃນວຽກງານວິຊາສະເພາະໃຫ້ແກ່ພະນັກງານ-ລັດຖະກອນ ແລະ ການເປັນນັກວິທະຍາກອນທີ່ດີຂັ້ນພື້ນຖານໃຫ້ທຸກຄົນໃຫ້ຮັບຮູ້ໃນການນໍາໃຊ້ເຂົ້າໃນການເປັນນັກໂຄສະນາທີ່ດີ, ຫຼັງຈາກ ນັ້ນກໍ່ໃຫ້ນັກສໍາມະນາກອນທຸກໆຄົນມີການປະກອບຄໍາຄິດຄໍາເຫັນ ຢ່າງກົງໄປກົງມາ, ພ້ອມທັງເລືອກຫົວຂໍ້ໃດໜຶ່ງເພື່ອ ມາເປັນບົດສອນທີ່ຈະຕ້ອງໄດ້ຂຶ້ນນໍາສະເໜີ ເພື່ອໃຫ້ກາຍເປັນນັກໂຄສະນາ ແລະ ວິທະຍາ ກອນທີ່ດີ.

          ໃນຕອນທ້າຍຂອງການຝືກອົບຮົມ ທ່ານ ທອງ ອາລີ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມແຂວງ ກໍ່ໄດ້ໃຫ້ຄໍາຍ້ອງຍໍຊົມເຊີຍແກ່ນັກວິທະຍາ ແລະ ນັກສໍາມະນາກອນທຸກໆທ່ານ ທີ່ມີຄວາມ ຈູບຈ້າວຫ້າວ ແລະ ຕັ້ງໃຈຝືກຊ້ອມ ຈົນປະສົບຜົນສໍາເລັດຕາມໜ້າທີ່ຂອງໃຜລາວ ແລະ ຕໍ່ຈາກນີ້ຫວັງວ່າທຸກ ຄົນຄົງ ຈະນໍາເອົາບົດຮຽນທີ່ໄດ້ຮຽນມານໍາໄປຝືກຝົນຫຼໍ່ຫຼອມ ແລະ ນໍາໃຊ້ປະສົບການໃນຄັ້ງນີ້ໃຫ້ເກີດດອກອອກຜົນ ແລະ ເປັນນັກໂຄສະນາ ແລະ ນັກປະຊາສໍາພັນໃນອານາຄົດ.