​ໃນ​ລະຫວາງ 30 ຕຸລາ- 3 ພະຈິກ 2019 ທີ່​ຜ່ານ​ມາ​ນີ້ ຢູ່​ທີ​ຫ້ອງ​ປະ​ຊູ​ມ ພະ​ແນ​ກຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ​ແຂ​ວງ ​ໄດ້​ສຳເລັດການຝຶກ​ອົບຮົມ ການ​ນຳ​ໃຊ້​ ​ໂປຼ​ແກຼມລາວ​ແລນ​ເລັກ​ເຂົ້າ​ໃນ​ວຽກ​ງານ​ຂື້ນ​ທະບຽນ​ອອກ​ໃບ​ຕາດິນ ​ໃຫ້​ແກ​ພະນັກງານ​ຂັ້ນ​ແຂວງ ​ແລະ ຂັ້ນ​ເມືອງ ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະ​ທ່ານ ຂອງ​ທ່ານ ທອງ ອາລີ  ​ຫົວໜ້າ ພະ​ແນ​ກຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ​ແຂວງ, ມີ​ບັນດາຫົວໜ້າ, ຮອງຫົວໜ້າ 7 ເມືອງ ​ແລະ ຮອງ​ຫົວໜ້າ​ຂະ​ແໜງ​ທີ​ດິນ ຕະຫຼອດ​ຮອດ​ພະນັກງານ​ວິຊາ​ການ​ຂອງ​ຂະ​ແໜງ ​ແລະ ພາກສ່ວນ​ທີ​ກ່ຽວຂ້ອງ ​ແລະ ບັນດາພະນັກງານວິຊາການຂອງ 7 ​ເມືອງ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

 

          ​ໃນ​ພິທີ​ທ່ານ ​ທອງ ອາລີ ຫົວໜ້າ​ພະ​ແນ​ກຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ​ແຂວງ​ກໍ່​ໄດ້​ກ່າວ​ ເປີດ​ພີ​ທີ ​ແລະ ຈຸດປະສົງ ຂອງ​ການ​ຝືກອົບຮົມ ທັງ​ນຳ​ສະ​ເໜີສະພາບ​ລວມ​ວຽກ​ງານ​ຂື້ນ​ທະບຽນ​ອອກ​ໃບ​ຕາດິນ ​ແລະ ສະ​ເໜີ​ໂດຍ​ຫຍໍ້ກຽວ​ກັບ​ການ​ນຳ​ໃຊ້​ໂປຼ​ແກຼມລາວ​ແລນ​ເລັກ.

 

          ຫຼັງ​ຈາກ​ນັ້ນ ນັກ​ວິທະຍາກອນ​ຈາກຂະແໜງທີ່ດິນ ພະແນກ ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ກໍ່​ໄດ້​ນຳ​ສະ​ເໜີ ​ໂປຼ​ແກຼມລາວ​ແລນ​ເລັກເຂົ້າໃນວຽກງານການ​ພິມ​ໃບ​ຕາດິນ​ໂດຍ​ຈະ​ນຳ​ໃຊ້ໂປແກມລາວແລນເລັກ ເຂົ້າໃນວຽກງານການປີ່ນໃບຕາດິນ 3 ປະເພດ ໂດຍສະເພາະແມ່ນ ການປິນໃບຕາດິນບຸກຄົນ,​ດິນລັດ ແລະ ດິນລວມໝູ່ ​ແລະ ການ​ສ້າງ​ຖານ​ຂໍ້​ມຸນ​ຕ່າງໆ ທັງ​ນີ້​ກໍ່​ເພືອສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ​ພະນັກງານ​ວິຊາ​ການ​ຂັ້ນ​ແຂວງ ​ແລະ ຂັ້ນ​ເມືອງ​ເພືອ​ເຮັດ​ໃຫ້​ວຽກ​ງານ​ປີນໃບຕາ​ດິນ​ໃຫ້​ຖືກຕ້ອງ​ຕາມ​ຂັ້ນ​ຕ້ອນ ​ແລະ ລະບົບ​ທີ​ນຳ​ໃຊ້​ຢູ່ ​ເນືອງ​ຈາກ​ວ່າ​ປະຈຸ​ບັນ​ການ​ນຳ​ໃຊ້​ໂປຼ​ແກຼມດັ່ງກ່າວ​ແມ່ນ​ໄດ້​ມີ​ການ​ພັດທະນາ​ຂື້ນ​ເລືອ​ຍໆ. 

          ຫຼັງ​ຈາກ​ນັ້ນ ນັກ​ສຳ​ມະ​ນາກ​ອນຂັ້ນ​ແຂວງ ​ແລະ​ ຂັ້ນ​ເມືອງ ກໍ່​ໄດ້​ຕັ້ງໜ້າ​ຄົ້ນ​ຄ້ວາ ​ແລະ ​ແລກປ່ຽນ​ບົດຮຽນ ພ້ອມ​ທັງ​ປືກສາ​ຫາ​ຫລື ​ເພືອ​ເຮັດ​ໃຫ້​ວຽກ​ງານ​ທີ​ຕົນ​ເອງ​ຝຶກ​ໃຫ້​ເຂົ້າ​ໃຈ ​ແລະ ສາມາດ​ນຳ​ໄປ​ຈັດ​ຕັ້ງ​ປະຕິບັດ​ເພືອ​ເຮັດ​ໃຫ້​ວຽກ​ງານ​ຕົນ​ຈັດ​ຕັ້ງ​ປະຕິບັດ​ໃຫ້​ມີ​ປະສິດ​ຕິ​ພາບ ​ແລະ ​ໃຫ້​ໄດ້​ຮັບ​ຜົນ​ດີ​ເປັນ​ກ້າວໆ.