Print

ໃບ​ຕາດິນ ​ແມ່ນ​ເອກະສານ​ທີ່​ເປັນຫຼັກຖານ​ຕົ້ນຕໍ ອັນໜຶ່ງອັນ​ດຽວກ່ຽວກັບ​ສິດ​ນຳ​ໃຊ້​ທີ່​ດິນ​ຢ່າງ​ຖາວອນ ຊຶ່ງ​ໄດ້​ຄັດ​ສຳ​ເນົາຢ່າງ​ຖືກຕ້ອງ​ຈາກ​ປຶ້ມທະບຽນທີ່​ດິນ ​ເພື່ອ​ມອບ​ໃຫ້​ແກ່​ຜູ້​ເປັນ​ເຈົ້າຂອງ​ທີ່​ດິນພຽງ​ໃບ​ດຽວ ​ເພື່ອ​ຖື​ໄວ້​ເປັນຫຼັກຖານ​ຍາວ​ນານ ຈົນ​ກວ່າ​ຈະ​ມີ​ການ​ປ່ຽນ​ແປງ​ໃໝ່ ຕາມ​ເງື່ອນ​ໄຂ​ທີ່​ໄດ້​ກຳນົດ​ໄວ້​ໃນ​ກົດໝາຍ.

          ມາ​ໃນ​ຕອນ​ເຊົ້າ​ຂອງວັນ​ທີ່ 23 ທັນວາ 2019 ທີ່ຜ່ານມານີ້ ຢູ່​ທີ່​ຫ້ອງວ່າການ ເມືອງໃໝ່ ໄດ້ຈັດໃຫ້ມີພິທີ​ມອບ-​ຮັບ​ໃບ​ຕາດິນ​ຖາວອນ​ຢ່າງ​ເປັນ​ລະບົບ ລະຫວ່າງ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ແລະ ຫ້ອງການຊັບພຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງໃໝ່  ​ເປັນກຽດ​ເຂົ້າ​ຮ່ວມ​ພິທີ ມອບ-ຮັບ​ໃບ​ຕາດິນຖາວອນ​ໃນ​ຄັ້ງນີ້​ ມີ ທ່ານ ສອນສະນຸກ ສີສຸລາດ ຮອງເຈົ້າເມືອງ ເມືອງໃໝ່ ຜູ້ຊີ້ນໍາວຽກງານຂົງເຂດເສດ ຖະກິດ, ມີ ທ່ານ ເດດ ຢັນຊະນະ ຮອງ​ຫົວໜ້າພະ​ແນ​ກ ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ​ແຂວງ​ຜົ້ງ​ສາລີ, ມີ ບັນດາ​ຫົວໜ້າຫ້ອງວ່າການເມືອງ, ສະຫະພັນແມ່ຍິງເມືອງ, ມີທີມງານພະນັກງານ​ວິຊາ​ການ​ຂັ້ນ​ແຂວງ, ຂັ້ນ​ເມືອງ​ເຂົ້າຮ່ວມທັງໝົດ 26 ທ່ານ, ຍິງ 17 ທ່ານ.

ໃນພິທີ​ດັ່ງກ່າວ​ໄດ້​ຮັບ​ການ​ລາຍ​ງານ​ຫຍໍ້​ຈາກ ທ່ານ ເປັ່ງຄໍາ ມີພູວຽງ ຫົວໜ້າຫ້ອງການ ຊສ ​ເມືອງ​ຜົ້ງສາລີ  ຜ່ານ​ການຈັດ​ຕັ້ງ​ປະຕິບັດ​ວຽກງານອອກ​ໃບ​ຕາດິນ ​ແຕ່ລະ ໜ້າວຽກ​ເລີ່​ມຈາ​ກການ​ສຳຫຼວດວັດ​ແທກ​ເຂດ​ແດນ​ຂອງ​ແຕ່​ລະ​ຕອນ​ດິນ​ຈົນ​ຮອດ​ວຽກງານ​ສືບສວນ​ສິດ ​ແລະ ພິສຸດຫຼັກຖານ, ຊອກ​ຮູ້​ປະຫວັດ​ຄວາມ​ເປັນ​ມາ​ຢ່າງ​ຈະ​ແຈ້ງ ​ແລະ ສາມາດ​​ເກັບ​ກຳ​ຂໍ້​ມູນ​ເບື້ອງຕົ້ນ​ໄດ້​ຄື: ວຽກງານ​ປະຊາສຳພັນ ​ແມ່ນ​ມີ​ບັນດາ​ພະນັກງານຫ້ອງການກອ້ອມ​ຂ້າງ​ເມືອງ​ ພໍ່​ແມ່​ປະຊາຊົນ ​ເຖົ້າ​ແກ່​ແນວ​ໂຮມຂອງ​ບ້ານ ເຂົ້າ​ຮ່ວມຢ່າງ​ພ້ອມພຽງ. ​ສຳລັບ​ແຜນການ​ໃນ​ເບື້ອງຕົ້ນ​ແມ່ນ 454 ຕອນ, ​ສາມາດ​ພິສູດ​ຫຼັກຖານ​ອອກ​ໃບ​ຕາດິນ​ໄດ້ 526 ຕອນ ມີເນື້ອທີ່ທັງໝົດ 1,133,379 ຕາເມັດ.

          ສັງ​ເກດ​ລວມ​ແລ້ວ​ ໃນ​ການ​ມອບ-ຮັບ​ໃບ​ຕາດິນ​ຖາວອນ​ໃນ​ຄັ້ງນີ້, ​ເຫັນ​ວ່າ​ປະຊາຊົນ​ມີ​ຄວາມ​ພໍ​ອົກ​ພໍ​ໃຈ ​ທີ່​ຕົນ​ເອງໄດ້​ຮັບ​ສິດ​ນໍາໃຊ້ທີ່​ດິນ​ໃບ​ຕາດິນ​ຖາວອນ​ເປັນ​ຄັ້ງ​ທໍາອິດ ​ແລະ ​ເຫັນ​ໄດ້​ເຖິງ​ຄຸນຄ່າ​ຂອງ​ໃບ​ຕາດິນ ​ເພາະ​ການ​ອອກ​ໃບ​ຕາດິນ​ແມ່ນ​ຮູບ​ການໜຶ່ງ​ໃນ​ການ​ຫັນ​ທີ່​ດິນ​ເປັນ​ທຶນ, ​ເອກະສານ​ຖືກຕ້ອງ​ຕາມ​ລະບຽບກົດໝາຍ ​ແລະ  ​ເພື່ອ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ພໍ່​ແມ່​ປະຊາຊົນ​ຜູ້​ທີ່​ນຳ​ໃຊ້​ທີ່​ດິນ ​ແລະ ພັດທະນາ​ຕອນ​ດິນ​ດັ່ງກ່າວ ເຊິ່ງພວກ​ເຮົາ​ໄດ້​ເອົາ​ໃຈ​ໃສ່​ປະຕິບັດ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ເວົ້າ​ລວມ​ເວົ້າ​ສະ​ເພາະ ​ແຂວງ​ຜົ້ງ​ສາລີ​ພວກ​ເຮົາ​ ຖື​ເອົາວຽກງານ​ອອກ​ໃບ​ຕາດິນ​ເປັນ​ສຳຄັນ ​ແລ​ະ ຮີບ​ດ່ວນ​ທີ່​ສຸດ.

​          ​ໃນ​ຕອນ​ທ້າຍ ຂອງ​ພິທີ​ຍັງ​ໄດ້​ຮັບ​ກຽດ​ໂອ້​ລົມ​ຂອງ​ທ່ານ ເດດ ຢັນຊະນະ ຮອງຫົວໜ້າ ພຊສ ​ເຊິ່ງທ່ານ​ໄດ້​ເໜັ້ນໜັກ​ເຖິງ​ຄວາມໝາຍ ​ແລະ ຄວາມ​ສຳຄັນ ຂອງ​ໃບ​ຕາດິນ ​ເຊິ່ງ​ແຕ່​ນີ້​ເອີ້ນວ່າ​ ເປັນ​ກຳມະສິດ​ ຂອງ​ຜູ້ນຳ​ໃຊ້​ມີ​ຄວາມ​ສະດວກ​ແກ່​ການ​ພັດທະນາ, ການ​ຄຸ້ມ​ຄອງ​ຂອງ​ລັດ ​ແລະ ​ເມືອ​ມີ​ພຶດຕິ​ກຳ​ການ​ເຄື່ອນ​ໄຫວ​ກ່ຽວກັບ​ທີ່​ດິນ​ຂອງ​ຕົນ​ເອງ​ເປັນ​ເວລາ​ຍາວ​ນານ​ແຕ່​ລຸ້ນນີ້ຈົນ​ຮອດ​ລຸ້ນສືບ​ທອດ​ຕໍ່ໆ​ໄປ​ໃນ​ອານາ​ຄົດ ວຽກງານພິສຸດຫຼັກຖານ ​ແລະ ອອກ​ໃບ​ຕາດິນ ຍັງ​ສືບຕໍ່ຈັດ​ຕັ້ງ​ປະຕິບັດ​ຢ່າງ​ເປັນ​ປົກກະຕິ ​ແລະ ຍງັຈະ​ຕ້ອງ​ໄດ້​ສືບຕໍ່ຈັດ​ຕັ້ງ​ປະຕິບັດຢູ່​ບ້ານ​ຕໍ່​ໄປ​ຕາມ​ແຜນການ​ທີ່​ວາງ​ໄວ້