ໃນຕອນເຊົ້າວັນທີ່ 13 ເດຶີອນ ມັງກອນ ປີ 2020 ນີ້ ທາງກົມກວດກາ ກະຊວງຊັບພະຍາກອນທໍຳມະຊາດ ແລະ ສິງແວດລ້ອມ ໄດ້ເຄຶີອນໄຫວເຮັດວຽກ ແລະ ເຂົ້າປະຊຸມກັບ ພະແນກຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມ ແຂວງຜົ້ງສາລີ ນະທີຫ້ອງປະຊູມຂອງພະແນກການດັ່ງກ່າວ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ທອງ ອາລີ ຫົວ ໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມແຂວງຜົ້ງສາລີ, ມີທ່ານ ສົມແພງ ໄຊຍະແສງ ຮອງ ຫົວໜ້າກົມກວດກາ ກະຊວງຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມ, ມີບັນດາບຸກຄະລາກອນ ຈາກກົມ ກວດກາ, ມີຮອງຫົວໜ້າ, ຫົວໜ້າຂະແໜງ, ພະນັກງານວິຊາການ ພາຍໃນພະແນກເຂົ້າຮ່ວມ.

ໃນກອງປະຊູມ ທ່ານ ສົມແພງ ໄຊຍະແສງ ໄດ້ສະເໜີຫຍໍ້ ກຽ່ວກັບການກວດກາໃນການປັບປູງລະບົບການເມຶີອງ ການຄຸ້ມຄອງບໍລີຫານລັດ, ການສ້າງ ແລະ ການບູລະນະລະບົບກົດໝາຍ, ການປັບປູງກົນໄກຄຸ້ມຄອງ ເສດຖະ ກິດ-ສັງຄົມ, ການກໍສ້າງລັດແຫ່ງກົດໝາຍ ແລະ ຮັບປະກັນໃຫ້ແກ່ການປະຕິບັດ ບັນດາຄາດໝາຍ ສະຫັດສະ ຫວັດດ້ານການພັດທະນາ. ທັງນີ້ກໍ່ເພື່ອແນໃສ່ເຮັດໃຫ້ແນວທາງ, ແຜນນະໂຍບາຍຂອງພັກ, ລະບຽບການ, ຂໍ້ກຳນົດ, ກົດໝາຍໃຫ້ມີຄວາມສັກສິດ ແລະ ເດັດຂາດ ທາງຮັບປະກັນມີຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດໃຂອບ ເຂດທົ່ວປະເທດ; ເພຶີອປ້ອງກັນການຈັດຕັ້ງຂອງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ລັດວິສາຫະ ກິດການຈັດຕັ້ງອຶີນໆ ແລະ ພະນັກງານ-ລັດຖະກອນ,ທະຫານ,ຕຳຫຼວດໃຫ້ມີຄວາມໂປງໃສ, ເຂັ້ມແຂງ ແລະ ໜັກ ແໜ້ນ; ເພຶີອກຳຈັດ ແລະ ຕີຖອຍປະກົດການຍໍ້ທໍ້ຕ່າງໆ ເປັນຕົ້ນແມ່ນພະຍາດອາດຍາສິດ, ຟຸມເຟືອຍ ແລະ ການສໍ້ລາດບັງຫຼວງ ໃຫ້ຫຼຸດລົງເທຶີອລະກ້າວ; ເພຶີອປົກປັກຮັກສາຊັບສີນຂອງລັດ, ຂອງລ້ວມໝູ່ ແລະ ຂອງບຸກ ຄົນບໍ່ໃຫ້ຖຶກຍັກຍອກ, ສໍ້ໂກງ ໂດຍທາງກົງ ແລະ ທາງອ້ອມຈາກບຸກຄົນ, ກຸ່ມຄົນ ແລະ ການຈັດຕັ້ງ.
ໃນກອງປະຊູມ ສະຫາຍ ນາງ ດາວອນ ສຸລິໃຈ ຫົວໜ້າຂະແໜງກວດກາ ພະແນກຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມແຂວງຜົ້ງສາລີໄດ້ສະເໜີຜ່ານໂດຍຫຍໍ້ການຈັດຕັ້ງປະຕິບັດວຽກງານການກວດກາຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມແຂວງຜົ້ງສາລີ ເຊີງທ່ານໄດ້ຍົກໃຫ້ເຫັນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການກວດກາ ໃນໄລຍະຜ່ານມາ ຈາກນັ້ນຜູ້ເຂົ້າຮ່ວມໄດ້ພັດປ່ຽນກັນປະກອບຄຳຄິດ ຄຳເຫັນ ແລກປ່ຽນບົດຮຽນ ໃນການປະຕິບັດ ຕົວຈິງ ເພື່ອເຮັດໃຫ້ທຸກການຈັດຕັ້ງ, ພະນັກງານທຸກປະເພດ ມີຄວາມເປັນເອກະພາບ, ມີເຈດຈຳນົງທີ່ດີ ແລະ ອຸດົມການທີ່ຖືກຕ້ອງ.