Print

ໃນວັນທີ 31 ມັງກອນ 2020 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຜົ້ງສາລີ ໄດ້ເປີດຊອງປະມູນສົມທຽບລາຄາ ລ່ວງໜ້າໃນກໍ່ສ້າງຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ ໃໝ່ ແລະ ເມືອງຍອດອູ ພາຍໃຕ້ການເປັນປະທານຂອງ ທ່ານ ກອງແກ້ວ ຂັນທະພົມ ຮອງຫົວໜ້າພະແນກຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຜົ້ງສາລີ ແລະ ມີຜູ້ເຂົ້າຮ່ວມ ທັງໝົດ ຈໍານວນ 21 ທ່ານເຂົ້າຮ່ວມ ຢ່າງພ້ອມພຽງ.

ໜັງສືເຊີນບໍລິສັດ ເພື່ອເຂົ້າຮ່ວມແຂ່ງຂັນປະມູນແບບສົມທຽບລາຄາລ່ວງໜ້າ ໃນຄັ້ງນີ້ ໄດ້ເລີ່ມສົ່ງ ໃຫ້ບໍລິສັດແຕ່ ວັນທີ 7 ມັງກອນ 2020 ເປັນຕົ້ນມາ. ໂດຍມີຈໍານວນ 06 ບໍລິສັດ ທີ່ສົນໃຈ ຮັບເອົາຊອງເອກະ ສານປະມູນ ດັ່ງ ລາຍລະອຽດລຸ່ມນີ້:

  1. ບໍລິສັດ ດາລາກໍ່ສ້າງ ຈໍາກັດຜູ້ດຽວ.
  2. ບໍລິສັດ ແສງແກ້ວກໍ່ສ້າງສ້ອມແປງ ເຄຫາສະຖານ ແລະ ຂົວ-ທາງ ຈໍາກັດຜູ້ດຽວ.
  3. ບໍລິສັດ ແສງຄໍາ ລາວລີ ກໍ່ສ້າງສ້ອມແປງ ເຄຫາສະຖານ ແລະ ຂົວ-ທາງ ຈໍາກັດຜູ້ດຽວ.
  4.  ບໍລິສັດ ພົມມະສີ ຍອດຈະເລີນກໍ່ສ້າງສ້ອມແປງ ເຄຫາສະຖານ ແລະ ຂົວ-ທາງ ຈໍາກັດຜູ້ດຽວ.
  5. ບໍລິສັດ ດວງມະນີຈັນກໍ່ສ້າງສ້ອມແປງ ເຄຫາສະຖານ ແລະ ຊົນລະປະທານ ຈໍາກັດຜູ້ດຽວ.
  6. ບໍລິສັດ ແສງຄໍາ ລາວລີ ກໍ່ສ້າງສ້ອມແປງ ເຄຫາສະຖານ ແລະ ຂົວ-ທາງ ຈໍາກັດຜູ້ດຽວ.

ຊອງເອກະສານປະມູນໄດ້ເປີດ ໃນເວລາ​ 9:00 ໂມງຂອງ ວັນທີ 31 ມັງກອນ 2020 ທີ່ຫ້ອງ ປະຊຸມ ພະແນກຊັບ ພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຜົ້ງສາລີ ໂດຍ ຊ່ອງໜ້າຄະນະ ກໍາມະການຈັດຊື້-ຈັດຈ້າງ ພຊສ ແຂວງຜົ້ງສາລີ, ຕາງໜ້າຈາກ ຫ້ອງວ່າການປົກຄອງແຂວງ, ຕາງໜ້າຈາກພະແນກແຜນການ ແລະ ການລົງທຶນ ແຂວງ, ຕາງໜ້າຈາກພະແນກການເງິນແຂວງ ແລະ ຕາງໜ້າຈາກພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ, ທີມງານວິຊາການຈາກ ກຊສ ແລະ ຜູ້ຕາງໜ້າຈາກບໍລິສັດ ທີ່ສົນໃຈຍື່ນຊອງປະມູນເຂົ້າແຂ່ງຂັນ.

 

ຜ່ານການເປີດຊອງເອກະສານປະມູນ ແລະ ກວດາກາເອກະສານ ທັງ 06 ບໍລິສັດ ເຫັນວ່່າ ທຸກບໍລິສັດແມ່ນມີເງື່ອນ ໄຂຄົບຖ້ວນຕາມເງື່ອນໄຂທີ່ໄດ້ກໍານົດໄວ້ ໃນເອກະສານເຊີນເຂົ້າຮ່ວມການປະມູນສົມທຽບລາຄາລ່ວງໜ້າ. ໂດຍອີງ ຕາມລະບຽບການຈັດຊື້-ຈັດຈ້າງ ຄະ ນະກໍາມະການຈັດຊື້-ຈັດຈ້າງ ໄດ້ເຫັນດີເປັນເອກະພາບ ຮັບຮອງ ເບື້ອງຕົ້ນດັ່ງນີ້.

  1. ບໍລິສັດ ພົມມະສີ ຍອດຈະເລິນ ກໍ່ສ້າງ - ສ້ອມແປງເຄຫະສະຖານ ແລະ ຂົວ - ທາງ ທີ່ສະເໜີ ລາຄາ ຕໍ່າ ໃນການກໍ່ສ້າງຫ້ອງການ ຊສ ເມືອງ ໃໝ່ ມູນຄ່າລວມ 679,448,000 ( ຫົກຮ້ອຍເຈັດສິບ ເກົ້າລ້ານ ສີ່ແສນ ສິ່ສິບແປດພັນກີບ).
  2. ບໍລິສັດ ແສງແກ້ວກໍ່ສ້າງສ້ອມແປງ ເຄຫາສະຖານ ແລະ ຂົວທາງຈໍາກັດຜູ້ດຽວ ທີ່ສະເໜີລາຄາຕໍ່າ ໃນການ ກໍ່ສ້າງຫ້ອງການ ຊສ ເມືອງ ຍອດອູ ມູນຄ່າລວມ 678,448,000 ( ຫົກຮ້ອຍເຈັດສິບແປດລ້ານສິ່ແສນສິ່ ສິບແປດລ້ານກີບ).

ພ້ອມນັ້ນ, ຄະນະກໍາມະການຈັດຊື້-ຈັດຈ້າງ ໄດ້ເຫັນດີດໍາເນີນການການປະເມີນຜົນ ການປະມູນຕາມ ລະບຽບ ຫຼັກການທີ່ກຳນົດໄວ້ຫາກບໍລິສັດໃດມີເງື່ອນໄຂ ແລະ ມາດຖານຄົບຖ້ວນແລ້ວຈຶ່ງສະເໜີໃຫ້ ຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ເພື່ອຮັບຮອງເປັນຜູ້ຊະນະການປະມູນໃນ ຄັ້ງນີ້ຢ່າງເປັນ ທາງການ.