ໃນຕອນເຊົ້າຂອງວັນທີ 3 ມີນາ 2020 ທີ່ຜ່ານມານີ້ ຢູ່ທີຫ້ອງປະຊຸມພະລັງງານ ແລະ ບໍ່ແຮ່ ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມກ່ຽວກັບການປືກສາຫາລື ເພືອປະເມີນຄວາມຕ້ອງການດ້ານການຝຶກອົມຮົມ ໂດຍການ ເປັນປະທານຂອງ ທ່ານ ເດດ ຢັນຊະນະ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ມີທີມງານ ທີ່ມາຈາກກະຊວງ,  ມີບັນດາຂະແໜງການທີກ່ຽວຂ້ອງຂັ້ນແຂວງ, ຂະແໜງການກ່ຽວຂ້ອງຂັ້ນເມືອງເມືອງຜົ້ງສາລີ, ມີບັນດາຂະແໜງກ່ຽວຂ້ອງພາຍໃນຂະແໜງເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ທ່ານ ວິລະກອນ ມະນິພູໄຊ ຮອງຫົວໜ້າພະແນກ ປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ກໍ່ໄດ້ຂື້ນສະເໜີຫຍໍ້ກ່ຽວກັບໂຄງການ ສ້າງລະບົບຕົວເມືອງ ໃຫ້ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ ໂດຍອີງໃສ່ທ່າແຮງຂອງລະບົບນິເວດ (urbaneba) ຈາກນັ້ນ ທ່ານ ນ ສຸຈິດ ຕະ ແຈ່ມແຈ້ງ ວິຊາການ UN- Habitatd ກໍ່ໄດ້ນໍາສະເໜີຫຍໍ້ກ່ຽວກັບ ຂະບວນການປະເມີນຄວາມຕ້ອງການ ດ້ານການຝຶກອົບຮົມ ແລະ ການກະກຽມ ແລະ  ການປະເມີນຄວາມຕ້ອງການດ້ານການຝຶກອົມຮົມ (ແນະນໍາການຕອບແບບສອບຖາມ)

ຈາກນັ້ນກໍໄດ້ມີການປຶກສາຫາລຶ ແລະ ແລກປ່ຽນຄວາມຄິດຄວາມເຫັນຈາກພາກສ່ວນກ້ຽວຂ້ອງລະຫ່ວາງທີມງານທີມາຈາກກົມຄວບຄຸມການປ່ຽນແປງ ດິນຟ້າອາກາດ ແລະ ທີມງານທີມາຈາກພາກສ່ວນກ່ຽວຂ້ອງ ດ້ວຍບັນຍາກາດທີ່ຟົດຟື້ນ ພາຍໃຕ້ການເຫັນດີ ແລະ ຄວາມເປັນເອກະພາບຮ່ວມກັນ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ເດດ ຢັນຊະນະ ຮອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ ກອງປະຊຸມ ໃນການຈັດຕັ້ງປະຕິບັດວຽກງານ ການພັດທະນາແບບຢືນຍົງ ໃນຂົງເຂດ ຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ພ້ອມ ທັງເໜັ້ນໜັກ ໃສ່ບາງບັນຫາທີ່ພວກເຮົາຈະຕ້ອງໄດ້ສຸ່ມໃສ່ວຽກງານດັ່ງກ່າວ ເປັນຕົ້ນແມ່ນ ຜົນງານການຈັດຕັ້ງປະຕິບັດ ໃນໄລຍະຕໍ່ໜ້າໃຫ້ໄດ້ຮັບຜົນ ສໍາເລັດເປັນ ກ້າວໆ.

ພາຍຫຼັງສໍາເລັດກອງປະຊຸມ ຜູ້ແທນເຂົ້າຮ່ວມກໍ່ໄດ້ລົງເບິ່ງອ່າງນໍ້າປະປາ 3 ຈຸດ ຂອງລັດວິສາຫະກິດນໍ້າປະປາ ຢູ່ນໍ້າພັນ, ກ້ອງໂຮງໝໍແຂວງ ແລະ ກ້ອງພູ ຟ້າ 1 ຈຸດ ເພື່ອເກັບກໍາຂໍ້ມູນຈໍານວນໜຶ່ງກ່ຽວກັບການນໍາໃຊ້ທີ່ມີຜົນກະທົບຈາກການປ່ຽນແປງດິນຟ້າອາກາດ.