ໃນວັນທີ 18 ມີນາ 2020 ທີ່ຜ່ານມານີ້ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ນໍາໂດຍທ່ານ ເດດ ຍັນຊະນະ ຮອງຫົວໜ້າ ພະແນກ ໄດ້ນຳພາທິມງານຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກດ ໄດ້ລົງຊຸກຍູ້ວຽກງານຄຸ້ມຄອງສິ່ງແວດລ້ອມຢູ່ເມືອງບຸນໃຕ້ ທີ່ຫ້ອງ ປະຊຸມຂອງ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມເມືອງບຸນໃຕ້, ໃນກອງປະຊຸມ ທ່ານ ປະທານ ໄດ້ກ່າວຈຸດປະສົງຂອງ ການລົງເຮັດ ວຽກ, ມີພະນັກງານ ລັດຖະກອນໄດ້ເຂົ້າຮ່ວມທັງມົດ 17 ທ່ານ, ຍິງ 7 ທ່ານ, ຈາກນັ້ນ ທ່ານ ວົງສະຫັວນ ອິນສີຊຽງໃໝ່ ຫົວໜ້າຫ້ອງການຊັບພະຍາ ກອນທຳມະຊາດ ແລະ ສິ່ງ ແວດລ້ອມເມືອງບຸນໃຕ້ໄດ້ກ່າວຕ້ອນຮັບ  ຈາກນັ້ນໜ່ວຍງານສິ່ງແວດລ້ອມໄດ້ລາຍງານສະພາບການຈັດຕັ້ງປະ ຕິບັດວຽກ ງານຄຸ້ມຄອງສິ່ງ ແວດລ້ອມໃນໄລຍະຜ່ານມາ ແລະ ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ວຽກງານດັ່ງກ່າວດຳ ເນີນໄປດ້ວຍດີໃນອະນາຄົດ ຜ່ານຈາກການປຶກສາຫາລືກອງປະຊຸມໄດ້ປຶກສາຫາລືກອງປະຊຸມໄດ້ເອກະພາບກັນດັ່ງນີ້:

  1. ການຍົກເວັ້ນການເກັບຄ່າທຳນຽມໃບຢັ້ງຢືນ ແລະ ແຜນຄຸ້ມຄອງສິ່ງແວດລ້ອມ ແມ່ນຕ້ອງມີໜັງສືສະເໜີຂອງຂະແໜງການທີ່ຈະຍົກເວັ້ນນັ້ນ ຫຼື ໃຫ້ມີເອກະສານຢັ້ງຢືນຈາກຂັ້ນເທີງອະນຸຍາດຍົກເວັ້ນບໍ່ໃຫ້ເກັບ
  2. ກ່ຽວກັບການອະນຸຍາດຂຸດຄົ້ນແຮ່-ຊາຍ ຂອງຂະແໜງທີ່ກ່ຽວຂ້ອງຂັ້ນເມືອງ ໂດຍບໍ່ມີເອກະສານໃບຢັ້ງຢືນຮັບແຜນຄຸ້ມຄອງສິ່ງແວດລ້ອມ ແມ່ນ ຖ້າມີຜົນກະທົບ ຂະແໜງການໃດອານຸຍາດ ແມ່ນຂະແໜງການນັ້ນຮັບຜິດຊອບ ແລະ ແກ້ໄຂ
  3. ການນຳສົ່ງເອກະສານໃບຕາດິນລະຫວ່າງ ພະແນກ ແລະ ເມືອງ ໃຫ້ມີສະໂນດນຳສົ່ງ ແລະ ລິດລາຍຊື່ສຳເນົາໃວ້ຢ່າງລະອຽດ ແລະ ພະແນກສົ່ງມາ ຕ້ອງເຊັກລິດລາຍຊື່ ແລະ ຄວາມຖືກຕ້ອງໃຫ້ລະອຽດ
  4. ການເກັບຄ່າບໍລິການ ການອອກໃບຕາດິນລະຫວ່າງພະແນກ ແລະ ເມືອງ ແມ່ນໃຫ້ຂຽນໃສ່ກີ່ຕັ່ງໃບດຽວ ແລະ ເວລາມອບແມ່ນມອບແຕ່ສະ ເພາະຂອງເມືອງ 50 ເປີເຊັນ ແລະ ໃຫ້ເຮັດບົດບັນທຶກນຳການເງິນເມືອງ
  5. ຄ່າແບບຟອມການອອກໃບຕາດິນ 250 / ພຊສ ຕ້ອງໄດ້ມີການປັບປຸງ ກ່ຽວກັບລາຄາ.
  6. ເລື່ອງການເກັບຄ່າໃບຢັ້ງຢືນ ແລະ ແຜນຄຸ້ມຄອງສິ່ງແວດລ້ອມ ທຸລະກິດຄອບຄົວຂະໜາດນ້ອຍແມ່ນຈະມີນິຕິກຳອອກມາພາຍຫຼັງ
  7. ຂໍ້ກຳນົດ ແລະ ນະໂຍບາຍຕໍ່ພະນັກງານແມ່ນຈະໄດ້ໄປປຶກສານຳຄະນະພະແນກກ່ອນ.