ໃນຕອນເຊົ້າວັນທີ 19 ມີນາ 2020 ທີ່ຜ່ານມານີ້ ນະທີ່ຫ້ອງປະຊຸມຂອງຫ້ອງການ ຍທຂ ເມືອງຍອດອູ ໄດ້ຈັດໃຫ້ມີກອງປະຊຸມປຶກສາຫາລື, ແລກປ່ຽນບົດ ຮຽນກ່ຽວການຄຸ້ມຄອງສິ່ງແວດລ້ອມໃນໄລຍະຜ່ານມາໃຫ້ແກ່ຫ້ອງການຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມເມືອງຍອດອູ ຂຶ້ນຢ່າງເປັນທາງ ການ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ເດດ ຍັນຊະນ ະຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມແຂວງແລະກ່າວເປີດ ໂດຍ ທ່ານ ຄຳທ່ຽງ ສີທິວົງ ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມເມືອງຍອດອູ,ຈຸດປະສົງຂອງການລົງເຮັດວຽກຄັ້ງນີ້ ເພື່ອລົງຊຸກຍູ້ ວຽກງານຄຸ້ມຄອງສິ່ງແວດລ້ອມໃນໄລຍະຜ່ານມາ,ມີຂະແໜງສິ່ງແວດລ້ອມແລະການປ່ຽນແປງດີນຟ້າອາກາດ,ບັນດາຫົວໜ້າໜ່ວຍງານ,ຮອງໜ່ວຍ ງານ,ວິຊາ ການ ຂອງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງເຂົ້າຮ່ວມທັງໝົດ: 13 ທ່ານ, ຍິງ 6 ທ່ານ.