ໃນຕອນບ່າຍ ຂອງວັນທີ 25 ກັນຍາ 2020 ນີ້ ຄະນະທີມງານວິຊາການ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລົງເຄື່ອນໄຫວວຽກງານ ມອບ-ຮັບ ເຄື່ອງອຸປະກອນໄອທີ ເພື່ອຮັບໃຊ້ ກອງປະຊຸມທາງໄກ ຢູ່ທີ່ຫ້ອງປະຊຸມພະແນກຊັບ ພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຜົ້ງສາລີ ໂດຍໃຫ້ ກຽດ ເປັນ ປະທານ ຂອງ ທ່ານ ທອງ ອາລີ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຜົ້ງສາລີ, ມີຮອງຫົວໜ້າ ພຊສຂ, ມີ ບັນດາຄະນະ ທີມງານຈາກກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ວິຊາການເຂົ້າຮ່ວມຢ່າງພ້ອມພຽງ.