ລະຫວ່າງວັນທີ 8-9 ເມສາ 2021 ໜ່ວຍງານຄຸ້ມຄອງສິ່ງແວດລ້ອມ ( EMU ) ແຂວງ, ເມືອງ ໂຄງການເຂື່ອນໄຟຟ້າ ນຳ້ອູ ໄລຍະ 2 ລົງຕິດຕາມກວດ ກາ ການຈັດຕັ້ງປະຕິບັດແຜນຄຸ້ມຄອງສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ຂອງໂຄງການເຂື່ອນໄຟຟ້າ ນຳ້ອູ 7  ໂດຍພາຍໃຕ້ການນຳພາທີມງານໂດຍ ທ່ານ. ເດດ ຢັນຊະນະ  ຮອງຫົວໜ້າ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ, ມີບັນດາທ່ານຫົວໜ້າ ຫ້ອງການ ຊັບພະຍາ ກອນທຳມະຊາດ ແລະ ສິ່ງແວລ້ອມເມືອງຜົ້ງສາລິ, ເມືອງຍອດອູ  ແລະ ພ້ອມດ້ວຍ ໜ່ວຍງານຄຸ້ມຄອງສິ່ງແວດລ້ອມຂອງໂຄງການ ເຂົ້າຮ່ວມທັງໝົດ 18 ທ່ານ.

ຈຸດປະສົງການລົງຕິດຕາມກວດກາສິ່ງແວດລ້ອມ: ແມ່ນຕິດຕາມກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນຄຸ້ມຄອງສິ່ງແວດລ້ອມ, ມາດ ຕະຖານສິ່ງແວດລ້ອມ, ເງຶ່ອນໄຂຂອງໃບຢັ້ງຢືນດ້ານສິ່ງແວດລ້ອມ, ການຈັດສັນພູມລຳເນົາ ແລະ ອາຊີບ, ແລະ ແຜນຄຸ້ມຄອງດ້ານສິ່ງແວດລ້ອມສັງຄົມ ແລະ  ທຳມະຊາດ ຂອງໂຄງການທີ່ກຳນົດໄວ້  ແລະ ຜ່ານຈາກການລົງຕິດຕາມກວດກາພາກສະໜາມຕົວຈິງເຫັນວ່າ:

  1. ໂດຍລວມແລ້ວຜູ້ພັດທະນາໂຄງການ ສາມາດຈັດຕັ້ງປະຕິບັດຕາມແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມສັງຄົມ ແລະ ທຳມະ ຊາດ ທີ່ໄດ້ກຳນົດໄວ້, ຕາມການແນະນຳວິທີການປັບປຸງແກ້ໄຂ ຂອງທີມງານພາກສະໜາມໄດ້ເປັນຢ່າງດີ.
  2. ມີການປັບປຸງແກ້ໄຂບັນຫາສິ່ງແວດລ້ອມ ທີ່ບໍ່ສອດຄ່ອງຕາມແຜນຄຸ້ມຄອງສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ທີ່ເກີດຂຶ້ນຕົວຈິງ.
  3. ປະຕິບັດແກ້ໄຂຂໍ້ແນະນຳທາງດ້ານວິຊາການກ່ຽວກັບມາດຕະການປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດ ລ້ອມ ໃນພາກສະໜາມ.
  4. ສຳລັບສະພາບສິ່ງແວດລ້ອມທີ່ເກີດຂຶ້ນຕົວຈິງໃນພາກສະໜາມ ແມ່ນບໍ່ມີບັນຫາກໍລະນີຮ້າຍແຮງ ຫລື ເຫດການສຸກເສີນທີ່ ເປັນບັນຫາທາງລົບຕໍ່ສິ່ງ ແວດລ້ອມ ແລະ ບໍ່ສາມາດປັບປຸງແກ້ໄຂໄດ້.

    ການລົງເຄື່ອນໄຫວຕິດຕາມກວດກາສິ່ງແວດລ້ອມພາກສະໜາມຕົວຈິງ ຖ້າຫາກພົບເຫັນບັນຫາທີ່ບໍ່ສອດຄ່ອງກັບແຜນຄຸ້ມຄອງສິ່ງແວດລ້ອມ ກໍ່ໄດ້ມີການແນະນຳຕໍ່ຜູ້ພັດທະນາໂຄງການ ເພື່ອກຳນົດມາດຕະການປັບປຸງແກ້ໄຂບັນຫາສິ່ງແວດ ລ້ອມຕ່າງໆ ທີ່ພົບເຫັນຕົວຈິງ; ພ້ອມທັງປຶກ ສາຫາລື ແລະ ປະກອບຄຳເຫັນ ຕໍ່ການຈັດຕັ້ງປະຕິບັດແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ   ແລະ ຜູ້ພັດທະນາໂຄງການ ກໍ່ສາມາດປັບປຸງແກ້ໄຂໃນຄວາມບໍ່ສອດຄ່ອງຕໍ່ແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ຂອງໂຄງການໄດ້ເປັນຢ່າງດີ.