ໂດຍປະຕິບັດຕາມແຈ້ງການຂອງຫ້ອງການກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມກ່ຽວກັບກັບໃຫ້ ພຊສ ແຂວງຈັດພິທີ ສະ ເຫຼີມສະຫຼອງ ວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ວັນທີ 5 ມິຖຸນາ 2021.

 ມາໃນຕອນເຊົ້າ ຂອງວັນທີ 2 ມິຖຸນາ 2021 ນີ້ , ຢູ່ທີ່ຫ້ອງປະຊຸມ ຂອງພະແນກ ຊສ ແຂວງ ໄດ້ມີການສໍາພາດ ທ່ານ ເດດ ຢັນຊະນະ ຮອງຫົວໜ້າ ພຊສ ແຂວງ, ເນື້ອໃນການສຳພາດໄດ້ເໜັ້ນໜັກເຖິງປະຫັວດຄວາມເປັນມາຂອງ ວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ, ຄວາມສຳຄັນຂອງສິ່ງແວດລ້ອມ ແລະ ຄວາມສຳຄັນຂອງລະບົບນິເວດ ພາຍໃຕ້ຄຳຂັວນ ຮ່ວມ ແຮງຮ່ວມໃຈກັນຟື້ນຟູລະບົບນິເວດ( Ecosystem Restoration ) ແລະ ອອກຂ່າວໃນລາຍການວິທະຍຸ-ໂທລະໂຂ່ງຂອງແຂວງ ເພື່ອໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈ ຄວາມໝາຍ ຄວາມສຳຄັນຂອງວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວລດລ້ອມ

ໃນຂະນະດຽວກັນບັນດາພະແນກການຂັ້ນແຂວງ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໂຮງຮຽນ, ໂຮງໝໍ, ລັດ​ວິ​ສາ​ຫະກິດ, ບັນ ດາຫ້ອງການ ຂັ້ນເມືອງ ແລະ ບັນດາບ້ານຢູ່ເທດສະບານເມືອງ ໄດ້ພ້ອມກັນສ້າງຂະບວນການອອກແຮງງານ ດ້ວຍຂະບວນຟົດຟື້ນ ຕາມ ສຳນັກງານ, ຫ້ອງການ, ຕາມໜ້າບ້ານຂອງໃຜລາວ ຕາມແຈ້ງການຂອງ ພຊສ ແຂວງ  

ໃນສະເຫຼີມສະຫຼອງ ວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ປີນີ້ ຕ່າງຈາກແຕ່ລະປີ ເນື່ອງຈາກຖືກຊ່ວງໄລຍະເກີດ ມີພະຍາດໂຄວິດລະ ບາດ ໂດຍໄດ້ປະຕິບັດຕາມແຈ້ງການຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ 19 ຂັ້ນແຂວງ, ພຊສ ແຂວງ ຈຶ່ງບໍ່ໄດ້ມີການຈັດກິດຈະກຳ ແລະ ບໍ່ມີສານຂອງອົງການສະຫະປະຊາຊາດ ເພື່ອສິ່ງແວດລ້ອມ, ບໍ່ມີສານຂອງທ່ານ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ, ມີພຽງແຕ່ການມີພຽງແຕ່ສຳພາດຮອງຮອງຫົວໜ້າ  ພຊສ ແຂວງ, ຕິດປ້າຍຄຳຂັວນຕາມເສັ້ນທາງ ສຳຄັນ ຂອງ 7 ເມືອງ ແລະ ສ້າງບະວນການອະນາໄມທົ່ວສັງຄົມ ແລະ ສໍາເລັດຕາມລະດັບຄາດໝາຍ ເພື່ອເຮັດໃຫ້ການຄຸ້ມຄອງຊັບພະຍາກອນທຳມະຊາດ - ສິ່ງແວດລ້ອມ ໃຫ້ມີປະສິດທິຜົນ, ປາສະຈາກມົນລະພິດ ແລະ ໃຫ້ມີຄວາມຍືນຍົງຕະຫຼອດໄປ.