ໃນຕອນເຊົ້າຂອງວັນທີ່ 9 ກໍລະກົດ 2021 ນີ້ ເຈົ້າຂອງໂຄງການ ແລະ ຄະນະຮັບຜິດຊອບກວດກາໂຄງການກໍ່ສ້າງຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງສໍາພັນ ໄດ້ລົງກວດກາຜົນສໍາເລັດຂອງແຕ່ລະໜ້າວຽກ ແລະ ໄດ້ຈັດພິທີມອບ-ຮັບ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງສໍາພັນ ຂຶ້ນຢ່າງເປັນທາງການ ນະທີ່ຫ້ອງປະຊຸມ ຂອງ ຫ້ອງການ ຊສມ ສໍາພັນ ຫຼັງໃໝ່ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ຍືນ ສານວິໄລ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ໃຫ້ກຽດເຂົ້າຮ່ວມ ໂດຍການເປັນປະທານຮ່ວມຂອງ ທ່ານ ເດດ ຢັນຊະນະ ຮອງຫົວ ໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ (ເຈົ້າຂອງໂຄງການ ), ມີທ່ານ ຫົງທອງ ສີລິພົງ ຫົວໜ້າຫ້ອງການ ຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງສໍາພັນ, ພ້ອມດ້ວຍບໍລິສັດ ແສງແກ້ວ ກໍ່ສ້າງ ສ້ອມແປງເຄຫະສະຖານ ແລະ ຂົວທາງ, ມີບັນດາຮອງ ຫົວໜ້າ ຫ້ອງການ​, ຕ່າງໜ້າຈາກພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ພະແນກການເງິນແຂວງ, ພະແນກແຜນການ ແລະ ຫ້ອງວ່າການແຂວງ ແລະ ພາກສ່ວນກ່ຽວຂ້ອງຂັ້ນເມືອງຕະຫຼອດຮອດວິຊາການພາຍໃນຫ້ອງ ການເຂົ້າຮ່ວມຢ່າງພ້ອມ ພຽງ.