ໃນຕອນເຊົ້າຂອງວັນທີ 14 ກໍລະກົດ 2021 ນີ້, ທາງກົມສີ່ງແວດລ້ອມ ກຊສ  ຮ່ວມກັບ ພະແນກຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຜົ້ງສາລີ, ບໍລິສັດໄຊມີດີ ຂຸດຄົ້ນຖ່ານຫີນ ຈໍາກັດ. ໄດ້ຈັດໃຫ້ມີກອງປະຊຸມຂັ້ນແຂວງ, ຂັ້ນສູນກາງ ເພື່ອຜ່ານຮ່າງບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ຂອງໂຄງການຂຸດຄົ້ນຖານຫີນ ຢູ່ເຂດບ້ານສະໂນເກົ່າ ແລະ ບ້ານສະໜາມຢາງປາ ເມືອງບູນໃຕ້, ແຂວງຜົ້ງສາລີ ໃນເນື້ອທີ 9,36 ກິໂລຕາແມັດ ຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີ ກຊສ ແລະ ທ່ານ ບົວຫົງ ຄໍາຫາ  ຫົວໜ້າຫ້ອງວ່າການແຂວງ, ມີທ່ານ ເດດ ຢັນຊະນະ ຮອງຫົວໜ້າ ພຊສຂ,  ມີທ່ານ ອ່ອນຄໍາ ອິນແສງ ເຈົ້າເມືອງ-ເມືອງ ບູນໃຕ້, ມີບັນດາທ່ານ ຕາງໜ້າ ແຕ່ລະພາກສວນທີ່ກ່ຽວຂ້ອງ ຂັ້ນແຂວງ, ເມືອງ ແລະ ສູນກາງ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ຮັບຟັງການນໍາສະເໜີ ຈາກຕາງໜ້າບໍລິສັດໄຊມີດີ  ຂຸດຄົ້ນຖ່ານຫີນ ຈໍາກັດ ແລະ ບໍລິສັດ ທີ  ປືກສາດ້ານວິສະວະກໍາ ສິ່ງແວດລ້ອມລາວ ຈໍາກັດຜູ້ດຽວ ກ່ຽວກັບ ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ.

  

       ຫຼັງຈາກນັ້ນ, ກໍໄດ້ມີການປືກສາຫາລື ແລກປ່ຽນປະກອບຄໍາຄິດ ຄໍາເຫັນໃສ່ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ຢ່າງຕັ້ງໜ້າ, ໜັກແໜ້ນ ດ້ວຍຄວາມຮັບຜິດຊອບສູງ ແລະ ໄດ້ຮັບຮອງເອກະພາບນໍາກັນ  ເພື່ອເຮັດໃຫ້ບົດດັ່ງກ່າວ ມີຄວາມສົມບູນ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດ ໂຄງການດັ່ງກ່າວໃຫ້ຖືກຕ້ອງ, ພ້ອມທັງຄຸ້ມຄອງສິ່ງແວດລ້ອມໃຫ້ຢືນຢົງ ແລະ ມີຜົນກະທົບຕໍ່ສິ່ງແວດລ້ອມນ້ອຍທີສຸດ.