ໃນວັນທີ່ 17 ສິງຫາ 2021 ທີ່ຜ່ານມານີ້ ກໍາມະບານຮາກຖານຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຈັດ ໃຫ້ມີກອງປະຊຸມ ການປະເມີນຜົນຂະບວນການເນື້ອໃນແຂ່ງຂັນ 5 ເປັນເຈົ້າສໍາລັບລວມໝູ່ ແລະ ປະເມີນຂອງ ສະມາ ຊີກກໍາມະບານ 5 ເປັນເຈົ້າຂອງ ພຊສ ໂດຍພາຍ ໃຕ້ການເປັນປະທານຂອງທ່ານ ທອງ ອາລີ ກໍາມະການພັກແຂວງ ເລຂາ ໜ່ວຍ ພັກຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ, ເຂົ້າຮ່ວມໃນຄັ້ງນີ້ມີຄະນະພະແນກ, ຫົວໜ້າ ຂະແໜງ, ປະທານກຳມະບານ, ຮອງ ປະທານ, ອົງການຈັດຕັ້ງມະຫາຊົນ ແລະ ສະມາຊີກເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ສະຫາຍ ທອງ ເພັດສະຫວັນ ຮອງປະທານກໍາມະບານ ກໍ່ໄດ້ຂຶ້ນຜ່ານ ຂໍ້ຕົກລົງຂອງກໍາມະບານຮາກຖານ ພຊສ ວ່າ ດ້ວຍການແບ່ງໜ້າ ທີ່ຄວາມຮັບຜິດຊອບ ໃນການປະເມີນຜົນຂະບວນການເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2021 ສະບັບເລກ ທີ 11/ກບຖໃພຊສ, ລົງວັນທີ 29 ກໍລະກົດ 2021 ຈາກນັ້ນກໍ່ໄດ້ມີການແບ່ງເປັນຈຸໂດຍແບ່ງອອກເປັນ 3 ກຸ່ມ ແຕ່ ລະກຸ່ມ ແມ່ນໃຫ້ສະມາຊິກ ຂື້ນຜ່ານໃບປະມີນຂອງຕົນ ພ້ອມທັງ ຕິລາຄາດ້ານດີ, ດ້ານອ່ອນ ແລະ ວິທີທາງ ແກ້ໄຂໃນ ຕໍ່ໜ້າ ຈາກນັ້ນ ໃຫ້ສະມາ ຊີກປະ ກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາເປັນຂະບວນຟົດຟື້ນ ຫຼັງຈາກ ນັ້ນ ສະຫາຍ ນາງ ດາວອນ ສຸລິໃຈ ຮອງປະທານກໍ່ໄດ້ຂຶ້ນ ຜ່ານການ ປະເມີນຜົນຂະບວນການເນື້ອໃນແຂ່ງຂັນ 5 ເປັນເຈົ້າສໍາລັບລວມໝູ່ລວມມີ 3 ພາກ  ພາກທີ I ຕີລາຄາສະພາບການ ຈັດຕັ້ງປະຕິບັດເນື້ອໃນແຂ່ງຂັນ 5 ເປັນເຈົ້າ, ພາກທີ II ຜົນສໍາເລັດການຈັດຕັ້ງປະຕິ ບັດເນື້ອ ໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ແລະ ພາກທີ່ III ສັງ ເກດຕິລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຂ້າງ, ສາເຫດ ແລະ ບົດຮຽນທີ່ຖອດ ຖອນໄດ້ ແລ້ວໃຫ້ສະມາຊິກປະກອບຄໍາຄິດ ຄໍາເຫັນໃສ ພ້ອມ ທັງຕິລາຄະແນນໃສ່ແຕ່ລະຂໍ້ ເພື່ອຄວາມເປັນເອກະພາບກັນ.

ຕອນທ້າຍຂອງກອງປະຊຸມ ສະຫາຍ ທອງ ອາລີ ກໍາມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງໄດ້ມີຄໍາເຫັນ ແລະ ໃຫ້ການໂອ້ລົມ ເຊິ່ງກ່ອນອື່ນທ່ານໄດ້ກ່າວຍ້ອງຍໍຊົມເຊີຍບັນດາ ຜ່ານງານທີ່ບັນດາ ທ່ານ ຍາດມາໄດ້ໃນຕະຫຼອດໄລ ຍະໜຶ້່ງປີ ທີ່ຜ່ານມາ ແລະ ຍັງຮຽກຮ້ອງບາງບັນ ຫາຕື່ມທີ່ສໍາຄັນສືບຕໍ່ເພີ້ມທະວີຍົກສູງຄວາມສາມັກຄີ ເປັນ ປືກແຜນພ້ອມທັງສຶກສາອົບ ຮົມການເມືອງແນວ ຄິດຕາມເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຍົກສູງຄວາມເປັນແບບຢ່າງນໍາໜ້າ, ຍົກສູງ ການຄົ້ນຄວ້າຮໍ່າຮຽນບັນດານິຕິກໍາໃຫ້ຫຼາຍຂຶ້ນກວ່າເກົ່າ.