Print

ໃນຕອນບ່າຍ ຂອງວັນທີ່ 24 ສິງຫາ 2021 ທີ່ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຜົ້ງສາລີ ໄດ້ ປະກາດຮອງຫົວໜ້າພະແນກ, ຫົວໜ້າຂະແໜງ ແລະ ຮອງຂະແໜງ ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ຂຶ້ນຢ່າງເປັນ ທາງການ ໂດຍພາຍໃຕ້ການເປັນປະທານ ຂອງ  ທ່ານ ບົວທອງ ອູແສງຄໍາ ຮອງເລຂາພັກແຂວງ, ຜູ້ຊີ້ນໍາຂົງເຂດພະນັກງານ, ມີທ່ານ ທອງ ອາລີ ກໍາມະ ການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ມີບັນດາທ່ານ ຕາງໜ້າຈາກຈັດຕັ້ງແຂວງ, ກວດກາແຂວງ, ຄະນະພັກ, ຫົວໜ້າຂະແໜງ, ຮອງຂະແໜງຕະຫຼອດຮອດພະນັກງານ-ວິຊາການພາຍໃນພະແນກເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີຕາງໜ້າຈາກຄະນະຈັດຕັ້ງແຂວງໄດ້ຂື້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການແຕ່ງຕັ້ງພະນັກງານດໍາລົງຕໍາແໜງຂອງ ພຊສຂ ໃນນີ້ໄດ້ ແຕ່ງຕັ້ງທ່ານ ວົງແກ້ວ ສີຄໍາ ຮອງຫົວໜ້າຫ້ອງວ່າການ, ທ່ານ ຄໍາເພັດ ແກ້ວສົມພັນ ຫົວໜ້າຂະແໜງ ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າ ອາກາດ ເປັນຮອງຫົວໜ້າພະແນກ, ທ່ານ ບຸນສະຫວັນ ແສງອາລຸນ ຫົວໜ້າຂະແໜງສະຖິຕິ, ແຜນການ ແລະ ຂໍ້ມູນຂ່າວສານເປັນຫົວໜ້າບໍລິຫານ, ແຜນການ ແລະ ການເງິນ, ທ່ານ ນາງ ສຸກສະໄໝ ລິລາວົງ ເປັນຫົວໜ້າຂະແໜງຈັດຕັ້ງ-ພະນັກງານ, ທ່ານ ນ ດາວອນ ສຸລິໃຈ ເປັນຫົວໜ້າຂະແໜງ ກວດກາ, ທ່ານ ສົມໝາາຍ ສັດສະດີ ຮອງຫົວໜ້າຂະແໜງສະຖິຕິ, ແຜນການ ແລະ ຂໍ້ມູນຂ່າວສານເປັນຫົວໜ້າຂະແໜງທີ່ດິນ, ທ່ານ ພອນໄຊ ເຫຼັກ ຫົວໜ້າຂະແໜງຕິດຕາມກວດກາ ເປັນຫົວໜ້າຂະແໜງສິ່ງແວດລ້ອມ, ນໍ້າ, ອຸຕຸ ແລະ ອຸທົກກະສາດ, ທ່ານ ທອງເພັດ ສະຫວັນ ຫົວໜ້າຂະແໜງບໍລິ ຫານ ແລະ ການເງິນ ເປັນຮອງຫົວໜ້າ ບໍລິຫານ, ແຜນການ ແລະ ການເງິນ, ທ່ານ ນ ແສງດາວອນ ອິນຍະລາດ ຮອງຫົວໜ້າຂະແໜງ ຊັບພະຍາກອນ ນໍ້າ ແລະ ອຸຕຸນິຍົມ ເປັນຮອງຫົວໜ້າຂະແໜງ ບໍລິຫານ, ແຜນການ ແລະ ການເງິນ, ທ່ານ ວົງເພັດ ສີມະວົງ ເປັນຮອງຂະແໜງຈັດຕັ້ງ, ທ່ານ ສີທອງ ແກ້ວສຸວັນ ຮັກສາການແທນຫົວໜ້າຂະແໜງທີ່ດິນ ເປັນຮອງຂະແໜງຈັດຕັ້ງ-ພະນັກງານ, ທ່ານ ອູ່ນຄໍາ ສັດສະດີ ຮອງຫົວໜ້າຂະແໜງທີ່ດິນ ເປັນຮອງຂະແໜງກວດກາ, ທ່ານ ນ ບົວຄໍາ ສຸວົງ ເປັນຮອງຂະແໜງກວດກາ, ທ່ານ ຄໍາເພັງ ແສງຍອດ ຫົວໜ້າຂະແໜງທີ່ດິນ ເປັນຮອງຂະແໜງ ທີ່ດິນ, ທ່ານ ນ ເກັ່ງ ຈັນທະວົງ ຮອງຂະແໜງ ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ເປັນຮອງຂະແໜງທີ່ດິນ, ທ່ານ ນ ແກ້ວມະນີ ສີເຕົ່າ ຮອງຫົວໜ້າຂະແໜງ ຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ ເປັນຮອງຫົວໜ້າຂະແໜງສິ່ງແວດລ້ອມ, ນໍ້າ, ອຸຕຸ ແລະ ອຸທົກກະສາດ ແລະ ທ່ານ ນ ເພັດສະໝອນ ແສງສົມພູ ຮອງຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ເປັນຮອງຂະແໜງຮອງຫົວໜ້າຂະແໜງ ຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ ເປັນຫົວໜ້າຂະແໜງສິ່ງແວດລ້ອມ, ນໍ້າ, ອຸຕຸ ແລະ ອຸທົກກະສາດ.