ໃນຕອນເຊົ້າຂອງວັນທີ 7 ມັງກອນ 2022 ທີ່ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມ ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຜົ້ງສາລີ ໄດ້ ຈັດໃຫ້ມີກອງປະຊຸມ ກອງປະຊຸມສໍາພາດເລືອກເອົາພະນັກງານສັນຍາໂຄງການຂຶ້ນທະບຽນອອກໃບຕາດິນ ຜ່ານລະບົບອອນລາຍ ໂດຍພາຍໃຕ້ການ ເປັນ ປະທານ ຂອງ ທ່ານ ບຸນທະວິ ສີລະວົງ ຄະນະພັກຮາກຖານກົມທີ່ດິນ ຫົວໜ້າພະແນກຂໍ້ມູນຂ່າວສານທີ່ດິນ ແລະ ໃຫ້ກຽດເປັນປະທານຮ່ວມ ໂດຍທ່ານ ຄໍາເພັດ ແກ້ວ ສົມພັນ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ມີທ່ານ ສົມໝາຍ ສັດສະດີ ຫົວໜ້າຂະແໜງທີ່ດີນ, ທ່ານ ນາງ ສຸກສະໄຫມ ລິລາວົງ ຫົວໜ້າຂະແໜງຈັດຕັ້ງ, ມີບັນດາຮອງຂະແໜງ ແລະ ພະນັກ ງສັນຍາໂຄງການເຂົ້າຮ່ວມທັງໝົດ 42 ທ່ານ, ຍິງ 19 ທ່ານ.