ໃນຕອນບ່າຍຂອງວັນທີ່  18 ມີນາ 2020 ທີ່ຜ່ານມານີ້  ກົມແຜນການ ແລະ ການຮ່ວມມື ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ ໄດ້ ລົງຊຸກຍູ້ ວຽກງານແຜນການ ແລະ ວຽກງານການຮ່ວມມື ຢູ່ພະແນກ ຊສ ແຂວງຜົ້ງສາລີ ໂດຍພາຍ ໃຕ້ການເປັນ ປະທານ ຂອງ ທ່ານ ທອງ ອາລີ ຫົວ ໜ້າພະແນກ ຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ມີຄະນະທີມງານຈາກ ກົມ ແຜນການ ແລະ ການຮ່ວມມື ກຊສ, ມີບັນດາຫົວໜ້າ ແລະ ຮອງຫົວໜ້າ, ແລະ ວິຊາການຜູ້ຮັບຜິດຊອບວຽກງານເຂົ້າຮ່ວມ.

 

ໃນຕອນເຊົ້າຂອງວັນທີ່ 6 ມີນາ 2020 ນີ້ ຢູ່ທີ່ຫ້ອງປະຊຸມພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຜົ້ງສາລີ ໄດ້ຈັດໃຫ້ມີພິທີ ເຊັນ ສັນຍາການກໍ່ສ້າງຫ້ອງການ ຊສ ເມືອງໃໝ່ ແລະ ຫ້ອງການ ຊສ ເມືອງ ຍອດອູ ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານ ຂອງ ທ່ານ ເດດ ຢັນຊະນະ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ມີຫົວໜ້າ ຫ້ອງການ ຊສ ເມືອງໃໝ່ ແລະ ຫົວໜ້າຫ້ອງການ ຊສ ເມືອງ ຍອດອູ, ມີບໍລິສັດ ແສງແກ້ວ ກໍ່ສ້າງ ສ້ອມແປງເຄຫາສະຖານ ແລະ ຂົວທາງຈໍາກັດຜູ້ດຽວ ແລະ ບໍລິສັດ ພົມມະສີ ຍອດຈະເລິນ ສ້ອມແປງຂົວທາງ ແລະ ກໍ່ ສ້າງເຄຫາສະຖານ ຈໍາກັດຜູ້ດຽວ, ມີຜູ້ປະສານງານຂັ້ນແຂວງຂອງ ພຊສ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນຕອນເຊົ້າຂອງວັນທີ 3 ມີນາ 2020 ທີ່ຜ່ານມານີ້ ຢູ່ທີຫ້ອງປະຊຸມພະລັງງານ ແລະ ບໍ່ແຮ່ ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມກ່ຽວກັບການປືກສາຫາລື ເພືອປະເມີນຄວາມຕ້ອງການດ້ານການຝຶກອົມຮົມ ໂດຍການ ເປັນປະທານຂອງ ທ່ານ ເດດ ຢັນຊະນະ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ມີທີມງານ ທີ່ມາຈາກກະຊວງ,  ມີບັນດາຂະແໜງການທີກ່ຽວຂ້ອງຂັ້ນແຂວງ, ຂະແໜງການກ່ຽວຂ້ອງຂັ້ນເມືອງເມືອງຜົ້ງສາລີ, ມີບັນດາຂະແໜງກ່ຽວຂ້ອງພາຍໃນຂະແໜງເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ທ່ານ ວິລະກອນ ມະນິພູໄຊ ຮອງຫົວໜ້າພະແນກ ປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ກໍ່ໄດ້ຂື້ນສະເໜີຫຍໍ້ກ່ຽວກັບໂຄງການ ສ້າງລະບົບຕົວເມືອງ ໃຫ້ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ ໂດຍອີງໃສ່ທ່າແຮງຂອງລະບົບນິເວດ (urbaneba) ຈາກນັ້ນ ທ່ານ ນ ສຸຈິດ ຕະ ແຈ່ມແຈ້ງ ວິຊາການ UN- Habitatd ກໍ່ໄດ້ນໍາສະເໜີຫຍໍ້ກ່ຽວກັບ ຂະບວນການປະເມີນຄວາມຕ້ອງການ ດ້ານການຝຶກອົບຮົມ ແລະ ການກະກຽມ ແລະ  ການປະເມີນຄວາມຕ້ອງການດ້ານການຝຶກອົມຮົມ (ແນະນໍາການຕອບແບບສອບຖາມ)

ວັນທີ 17 ກຸມພາ 2020 ຜ່ານມານີ້ ຫ້ອງການກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ສົມທົບ ກັບ ພະແນກຊັບພະຍາກອນ ທຳ ມະຊາດ ແລະ ສີ່ງແວດລ້ອມ ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມ ປຶກສາຫາລື ແລກປ່ຽນບົດຮຽນ ເພື່ອຍົກລະດັບດ້ານຂ່າວສານປະຊາສຳ ພັນ, ການປັບປຸງເວັບໄຊ, ການບໍລິຫານເອກະສານ, ທາງລັດຖະການ, ການຂື້ນບັນຊີສັບສິນຂອງລັດ ແລະ ວຽກງານສົ່ງເສີມ ຄວາມກ້າວ ໜ້າ ຂອງ ແມ່ຍິງ,ແມ່ - ເດັກ ໂດຍການເປັນກຽດເຂົ້າຮ່ວມ ເປັນປະທານ  ຂອງ ທ່ານ ນາງ ບົວຄໍາ ສຸລິວັນ, ຮັກສາການຫົວໜ້າ ຫ້ອງການ ກະຊວງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ແລະ ທ່ານ ທອງ ອາລີ ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດ ລ້ອມ, ມີທີມງານມາຈາກກະຊວງ, ຫົວໜ້າ, ຮອງ ຫົວໜ້າຂະແໜງການ ພ້ອມດ້ວຍພະນັກງານທີ່ ກ່ຽວຂ້ອງເຂົ້າຮ່ວມ ຢ່າງພ້ອມພຽງ.

ໃນວັນທີ 31 ມັງກອນ 2020 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຜົ້ງສາລີ ໄດ້ເປີດຊອງປະມູນສົມທຽບລາຄາ ລ່ວງໜ້າໃນກໍ່ສ້າງຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ ໃໝ່ ແລະ ເມືອງຍອດອູ ພາຍໃຕ້ການເປັນປະທານຂອງ ທ່ານ ກອງແກ້ວ ຂັນທະພົມ ຮອງຫົວໜ້າພະແນກຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຜົ້ງສາລີ ແລະ ມີຜູ້ເຂົ້າຮ່ວມ ທັງໝົດ ຈໍານວນ 21 ທ່ານເຂົ້າຮ່ວມ ຢ່າງພ້ອມພຽງ.

Subcategories