ໃນຕອນເຊົ້າຂອງວັນທີ່ 24 ກໍລະກົດ 2021 ທີ່ຜ່ານມານີ້ໄດ້ຈັດໃຫ້ມີກອງປະຊຸມເປີດບັ້ນດຳເນີນຊີວິດການເມືອງ ຂອງໜ່ວຍພັກພະແນກຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມແຂວງປະຈໍາເດືອນ ສິງຫາ ແລະ ວາງທິດທາງແຜນການປະຈໍາເດືອນ ກັນຍາ ປີ 2021 ໂດຍການເປັນປະທານຂອງ ທ່ານ ບຸນທະວີ ສໍສຸກັນ ກໍາມະການປະຈໍາພັກແຂວງ ປະທານກວດກາພັກແຂວງ,ທ່ານ ທອງ ອາລີ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າໜ້າພະ ແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ,ມີບັນດາທ່ານຕາງໜ້າຈາກກວດກາພັກແຂວງ, ຮອງພະແນກ, ຫົວໜ້າຂະແໜງ, ຮອງຂະແໜງ ຕະຫຼອດ ຮອດພະນັກງານ-ວິຊາການພາຍໃນພະແນກເຂົ້າຮ່ວມຢ່າງພ້ອມພຽງ.

 

ໃນວັນທີ່ 17 ສິງຫາ 2021 ທີ່ຜ່ານມານີ້ ກໍາມະບານຮາກຖານຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຈັດ ໃຫ້ມີກອງປະຊຸມ ການປະເມີນຜົນຂະບວນການເນື້ອໃນແຂ່ງຂັນ 5 ເປັນເຈົ້າສໍາລັບລວມໝູ່ ແລະ ປະເມີນຂອງ ສະມາ ຊີກກໍາມະບານ 5 ເປັນເຈົ້າຂອງ ພຊສ ໂດຍພາຍ ໃຕ້ການເປັນປະທານຂອງທ່ານ ທອງ ອາລີ ກໍາມະການພັກແຂວງ ເລຂາ ໜ່ວຍ ພັກຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ, ເຂົ້າຮ່ວມໃນຄັ້ງນີ້ມີຄະນະພະແນກ, ຫົວໜ້າ ຂະແໜງ, ປະທານກຳມະບານ, ຮອງ ປະທານ, ອົງການຈັດຕັ້ງມະຫາຊົນ ແລະ ສະມາຊີກເຂົ້າຮ່ວມຢ່າງພ້ອມພຽງ.

     

    ໃນຕອນເຊົ້າຂອງວັນທີ 14 ກໍລະກົດ 2021 ນີ້, ທາງກົມສີ່ງແວດລ້ອມ ກຊສ  ຮ່ວມກັບ ພະແນກຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຜົ້ງສາລີ, ບໍລິສັດໄຊມີດີ ຂຸດຄົ້ນຖ່ານຫີນ ຈໍາກັດ. ໄດ້ຈັດໃຫ້ມີກອງປະຊຸມຂັ້ນແຂວງ, ຂັ້ນສູນກາງ ເພື່ອຜ່ານຮ່າງບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ຂອງໂຄງການຂຸດຄົ້ນຖານຫີນ ຢູ່ເຂດບ້ານສະໂນເກົ່າ ແລະ ບ້ານສະໜາມຢາງປາ ເມືອງບູນໃຕ້, ແຂວງຜົ້ງສາລີ ໃນເນື້ອທີ 9,36 ກິໂລຕາແມັດ ຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີ ກຊສ ແລະ ທ່ານ ບົວຫົງ ຄໍາຫາ  ຫົວໜ້າຫ້ອງວ່າການແຂວງ, ມີທ່ານ ເດດ ຢັນຊະນະ ຮອງຫົວໜ້າ ພຊສຂ,  ມີທ່ານ ອ່ອນຄໍາ ອິນແສງ ເຈົ້າເມືອງ-ເມືອງ ບູນໃຕ້, ມີບັນດາທ່ານ ຕາງໜ້າ ແຕ່ລະພາກສວນທີ່ກ່ຽວຂ້ອງ ຂັ້ນແຂວງ, ເມືອງ ແລະ ສູນກາງ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນຕອນເຊົ້າຂອງວັນທີ່ 9 ກໍລະກົດ 2021 ນີ້ ເຈົ້າຂອງໂຄງການ ແລະ ຄະນະຮັບຜິດຊອບກວດກາໂຄງການກໍ່ສ້າງຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງສໍາພັນ ໄດ້ລົງກວດກາຜົນສໍາເລັດຂອງແຕ່ລະໜ້າວຽກ ແລະ ໄດ້ຈັດພິທີມອບ-ຮັບ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງສໍາພັນ ຂຶ້ນຢ່າງເປັນທາງການ ນະທີ່ຫ້ອງປະຊຸມ ຂອງ ຫ້ອງການ ຊສມ ສໍາພັນ ຫຼັງໃໝ່ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ຍືນ ສານວິໄລ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ໃຫ້ກຽດເຂົ້າຮ່ວມ ໂດຍການເປັນປະທານຮ່ວມຂອງ ທ່ານ ເດດ ຢັນຊະນະ ຮອງຫົວ ໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ (ເຈົ້າຂອງໂຄງການ ), ມີທ່ານ ຫົງທອງ ສີລິພົງ ຫົວໜ້າຫ້ອງການ ຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງສໍາພັນ, ພ້ອມດ້ວຍບໍລິສັດ ແສງແກ້ວ ກໍ່ສ້າງ ສ້ອມແປງເຄຫະສະຖານ ແລະ ຂົວທາງ, ມີບັນດາຮອງ ຫົວໜ້າ ຫ້ອງການ​, ຕ່າງໜ້າຈາກພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ພະແນກການເງິນແຂວງ, ພະແນກແຜນການ ແລະ ຫ້ອງວ່າການແຂວງ ແລະ ພາກສ່ວນກ່ຽວຂ້ອງຂັ້ນເມືອງຕະຫຼອດຮອດວິຊາການພາຍໃນຫ້ອງ ການເຂົ້າຮ່ວມຢ່າງພ້ອມ ພຽງ.

   ໃນຕອນບ່າຍຂອງວັນທີ 24 ມິຖຸນາ 2021 ທີ່ຜ່ານມານີ້, ນຳທີມໂດຍທ່ານ ສຸລິຍາ ແສງດາລາ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຜົ້ງສາລີ, ຫົວໜ້າໜ່ວຍງານ RMU ຂັ້ນແຂວງ ສົມທົບກັບ ບໍລິສັດເຂື່ອນໄຟຟ້ານ້ຳຕົກ, ນ້ຳອູ7 ໄດ້ຈັດໃຫ້ມີ ພິທີ ມອບ-ຮັບ ສັດລ້ຽງປະເພດ (ງົວ) ໃຫ້ແກ່ປະຊາຊົນ 3 ບ້ານທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ, ນ້ຳອູ7 ຊຸດທີI ຢູ່ທີສະໂມສອນຂອງ ບ້ານ ຈະເລີນ ທີຂຶ້ນກັບກຸ່ມຫາດຫີນ ເມືອງ ແລະ ແຂວງຜົ້ງສາລີ. ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ປອ. ວັນໄຊ ແສນຍອດ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ-ເມືອງຜົ້ງສາລີ,​ ມີບັນດາຕາງໜ້າບໍລິສັດເຂື່ອນໄຟຟ້ານ້ຳຕົກນ້ຳອູ7, ມີຕາງໜ້າຈາກພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີບັນດາເລຂາພັກນາຍບ້ານ 3 ບ້ານ ພ້ອມດ້ວຍວິຊາການຂັ້ນແຂວງ,ເມືອງ ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.

Subcategories