ໃນຕອນເຊົ້າຂອງວັນທີ 10 ມັງກອນ 2022 ນີ້ ຄະນະທິມງານ ກົມກວດກາ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ລົງເຄື່ອນໄຫວ ເຮັດວຽກ ຢູ່ ພຊສ ແຂວງຜົ້ງສາລີ ພາຍໃຕ້ການເປັນປະທານ ຂອງ ທ່ານ ສົມແພງ ໄຊຍະແສງ ວ່າການແທນຫົວໜ້າກົມກວດກາ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ເດດ ຢັນຊະນະ ຮອງຫົວໜ້າພະແນກ ຊສ ແຂວງຜົ້ງສາລີ, ມີຫົວໜ້າພະແນກກົມກວດກາ, ຮອງພະແນກກົມກວດກາ, ມີບັນດາຮອງຫົວໜ້າພະ ແນກ ຊສ ແຂວງ, ຫົວໜ້າຂະແໜງ, ຮອງຂະແໜງ, ພ້ອມດ້ວຍວິຊາການຂະແໜງກວດກາ ເຂົ້າຮ່ວມທັງໝົດມີ 17 ທ່ານ ຍິງ 6 ທ່ານ.