ໃນເວລາ 9 : 00 ໂມງ ຂອງວັນທີ 29/12/2019 ຢູ່ທີ່ ຫ້ອງປະຊຸມ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງຂວາ ໄດ້ຈັດກອງປະຊຸມເປີດຊອງປະມູນສົມ​ທຽບ​ລາ­ຄາ ໂຄງການສ້ອມແປງ ຫ້ອງການ ຊສ ເມືອງຂວາ ໂດຍພາຍໃຕ້ການເປັນປະທານຂອງທ່ານ ວົງເດືອນ ພູມມີທໍາ ຮອງເຈົ້າເມືອງໆຂວາ (ປະທານຄະນະກໍາ ມະການ ການປະມູນ) ແລະ ທ່ານ ເດດ ຢັນຊະນະ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ແຂວງຜົ້ງສາລີ ( ຜູ້ຊີ້ນໍາວຽກງານໂຄງການ ຂັ້ນແຂວງ) ພ້ອມດ້ວຍບັນດາທ່ານຄະນະ ກຳມະການປະມູນ ຂັ້ນເມືອງ, ບັນດາບໍລິສັດ, ຕ່າງໜ້າຈາກຫ້ອງການການເງິນ, ຫ້ອງການໂຍທາ ແລະ ຂົນສົ່ງ, ຫ້ອງວ່າການເມືອງ, ຫ້ອງການແຜນການ ແລະ ການລົງທຶນເມືອງ ແລະ ຫ້ອງການກວດກາເມືອງ ເຂົ້າຮ່ວມການເປີດຊອງປະມູນສົມ​ທຽບ​ລາຄາ ໂຄງການສ້ອມແປງ ຫ້ອງການ ຊສ ເມືອງຂວາ ມີບໍລິສັດມາຮັບເອົາຊອງປະມູນ ມີ 03 ບໍລິສັດ ແລະ ມີບໍລິສັດມາເຂົ້າຮ່ວມເປີດຊອງປະມູນ ມີ 03 ບໍລິສັດຄື: ບໍລິສັດ: ມີໄຊ ຈະເລິນ ກໍ່ສ້າງຕາຂ່າຍ ແລະ ຕິດຕັ້ງໄຟຟ້າ ຈໍາກັດ ຜູ້ດຽວ,ບໍລິສັດ ຄິມສິນກໍ່ສ້າງສ້ອມແປງ ເຄຫາສະຖານ ແລະ ຂົວທາງ ຈໍາກັດຜູ້ດຽວ,ບໍລິສັດ: ສິງແກ້ວ ກໍ່ສ້າງ ແລະ ສ້ອມແປງ ເຄຫາສະຖານ ຈໍາກັດ ຜູ້ດຽວ ເຂົ້າຮ່ວມຢ່າງພ້ອມພຽງ.

ຜ່ານການເປີດຊອງປະມູນ ສົມ​ທຽບ​ລາ­ຄາ ໂຄງການສ້ອມແປງ ຫ້ອງການ ຊສ ເມືອງຂວາ ໂດຍຊ່ອງໜ້າຄະນະກຳ ມະການປະມູນຂັ້ນເມືອງ ຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ບັນດາບໍລິສັດ ທີ່ເຂົ້າຮ່ວມເປີດຊອງປະມູນ ໄດ້ຕົກລົງ ເຫັນດີເປັນເອກະພາບກັນຮັບຮອງເອົາຕົວເລກມູນຄ່າການສະເໜີລາຄາແລະມາດຕະຖານຕ່າງໆດັ່ງ ລະບຸໄວ້ຕາມການ ຕົກລົງເຫັນດີເປັນເອກະພາບກັນ. ນອກນັ້ນ, ທາງທີມງານການປະມູນຂັ້ນເມືອງກໍ່ໄດ້ກວດກາ ເອກະສານການປະມູນ ຂອງບໍລິສັດ ທີ່ເຂົ້າຮ່ວມການປະມູນ  ແລ້ວສະເໜີຫາປະທານຄະນະກໍາມະການປະມູນ ແລະ ຄະນະກໍາມະການປະມູນ ຕັດສິນການປະມູນ.