ວັນທີ 17 ກຸມພາ 2020 ຜ່ານມານີ້ ຫ້ອງການກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ສົມທົບ ກັບ ພະແນກຊັບພະຍາກອນ ທຳ ມະຊາດ ແລະ ສີ່ງແວດລ້ອມ ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມ ປຶກສາຫາລື ແລກປ່ຽນບົດຮຽນ ເພື່ອຍົກລະດັບດ້ານຂ່າວສານປະຊາສຳ ພັນ, ການປັບປຸງເວັບໄຊ, ການບໍລິຫານເອກະສານ, ທາງລັດຖະການ, ການຂື້ນບັນຊີສັບສິນຂອງລັດ ແລະ ວຽກງານສົ່ງເສີມ ຄວາມກ້າວ ໜ້າ ຂອງ ແມ່ຍິງ,ແມ່ - ເດັກ ໂດຍການເປັນກຽດເຂົ້າຮ່ວມ ເປັນປະທານ  ຂອງ ທ່ານ ນາງ ບົວຄໍາ ສຸລິວັນ, ຮັກສາການຫົວໜ້າ ຫ້ອງການ ກະຊວງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ແລະ ທ່ານ ທອງ ອາລີ ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດ ລ້ອມ, ມີທີມງານມາຈາກກະຊວງ, ຫົວໜ້າ, ຮອງ ຫົວໜ້າຂະແໜງການ ພ້ອມດ້ວຍພະນັກງານທີ່ ກ່ຽວຂ້ອງເຂົ້າຮ່ວມ ຢ່າງພ້ອມພຽງ.

ໃນກອງປະຊຸມ ໄດ້ຮັບຟັງຄໍາຄິດຄໍາເຫັນ ແລະ ກ່າວເປີດກອງປະຊຸມ ຈາກ ປະທານ  ພ້ອມນັ້ນທ່ານຍັງໄດ້ໃຫ້ທິດຊີ້ນໍາຕໍ່ຜູ້ເຂົ້າ ຮ່ວມ ແຕ່ລະຂະແໜງ ໃຫ້ເອົາໃຈໃສ່ຮັບຟັງ ແລະ ແລກປ່ຽນຄໍາຄິດຄໍາເຫັນ ພ້ອມທັງນໍາເອົາວຽກງານດັ່ງກ່າວນໍາໄປສຶກສາຄົ້ນຄວ້າ ແລະ ຜັນ ຂະຫຍາຍໃຫ້ມີປະສິດຕິພົນ ຫຼັງຈາກນັ້ນທາງທີມງານຂັ້ນສູນກາງກໍ່ໄດ້ພັດປ່ຽນກັນນໍາສະເໜີ ກ່ຽວກັບ ການເກັບກໍາຂ່າວສານ ປະຊາ ສຳພັນ, ການປັບປຸງເວັບໄຊ, ການບໍລິຫານເອກະສານ, ທາງລັດຖະການ, ການຂື້ນບັນຊີສັບສິນຂອງລັດ ແລະ ວຽກງານສົ່ງເສີມຄວາມກ້າວ ໜ້າ ຂອງ ແມ່ຍິງ,ແມ່ - ເດັກ ທັງນີ້ກໍ່ເພື່ອຍົກໃຫ້ເຫັນເຖີງຄວາມສຳຄັນ ຂອງວຽກງານດັ່ງກ່າວ ເພື່ອແນໃສ່ການຄຸ້ມຄອງ, ການປົກປັກ ຮັກສາ, ການພັດທະນາ ແລະ ການນໍາໃຊ້ເທັກໂນໂລຢີໃຫ້ວ່ອງໄວ ແລະ ທັນກັບຍຸກສະໄໝ ຕໍ່ກັບວຽກງານດັ່ງກ່າວທຸກພາກສ່ວນຕ້ອງ ເປັນເຈົ້າການ ໃນການສະໜັບສະໜຸນ ແລະ ສະໜອງຂໍ້ມູນ ເພື່ອປະກອບສ່ວນເຂົ້າໃນຂົງເຂດວຽກງານແຕ່ລະໜ້າວຽກໃຫ້ໄດ້ຮັບຜົນ ແລະ ສໍາເລັດເປັນກ້າວໆ.